ຢາ ແລະ ຜະລິດຕະພັນການແພດ ຕ້ອງຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້

ມ.ຖ. 20, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າຂອງວັນທີ 20 ມິຖຸນານີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ເຊິ່ງທ່ານກ່າວວ່າ: ຢາ ແລະ ຜະລິດຕະພັນການແພດ ແມ່ນປັດໄຈໜຶ່ງທີ່ມີຄວາມສໍາຄັນທີ່ສຸດສໍາລັບວຽກງານສາທາລະນະສຸກ ໃນການປ້ອງກັນ, ຮັກສາສຸຂະພາບຂອງມະນຸດ; ຢາ ແລະ ຜະລິດຕະພັນການແພດ ທີ່ນໍາໃຊ້ ຈະຕ້ອງຮັບປະກັນໄດ້ເຖິງຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພຕໍ່ຜູ້ຊົມໃຊ້. ວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ເປັນວຽກງານທີ່ກວ້າງຂວາງ ເຊິ່ງກວມເອົາທຸກບັນຫາທີ່ກ່ຽວຂ້ອງກັບຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພຂອງຜະລິດຕະພັນ ເຊິ່ງຄວາມປອດໄພແມ່ນມາຈາກການພັດທະນາ, ການຜະລິດ, ການນໍາເຂົ້າ, ການຈໍລະຈອນຈໍາໜ່າຍ ແລະ ການນໍາໃຊ້ໃນທຸກຂົງເຂດວຽກງານສາທາລະນະສຸກ; ດັ່ງນັ້ນ, ການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ແມ່ນການກວມເອົາຫຼາຍທຸລະກິດ, ຫຼາຍຜະລິດຕະພັນ ເປັນຕົ້ນ: ຜະລິດຕະພັນຢາຫຼວງ ລວມທັງຢາພື້ນເມືອງ, ວັກແຊງ, ສະແຕຼມເຊວ, ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ເຊິ່ງຜະລິດຕະພັນເຫຼົ່ານີ້ ຈະຕ້ອງມີກົດໝາຍ, ລະບຽບການ, ເຄື່ອງມື ແລະ ໜ່ວຍງານຄຸ້ມຄອງສະເພາະ, ເຂັ້ມແຂງ ນັບທັງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດງານ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພແກ່ຜູ້ຊົມໃຊ້.
ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ອີງໃສ່ການປະເມີນຂອງສາກົນ ໂດຍສະເພາະການປະເມີນກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບນໍາໃຊ້ປັດຈຸບັນ ເຫັນວ່າຍັງມີສິ່ງທ້າທາຍຫຼາຍສົມຄວນ ເນື່ອງຈາກກົດໝາຍສະບັບດັ່ງກ່າວ ໄດ້ປັບປຸງ ແລະ ນໍາໃຊ້ມາຫຼາຍປີແລ້ວ ຈຶ່ງເຮັດໃຫ້ບາງເນື້ອໃນຂອງກົດໝາຍບໍ່ສອດຄ່ອງກັບສະພາບໃນປັດຈຸບັນ, ບາງເນື້ອໃນຍັງກໍານົດບໍ່ລະອຽດ, ຈະແຈ້ງ ແລະ ຍັງບໍ່ຄົບຖ້ວນ ແລະ ມີຊ່ອງວ່າງ ທີ່ມີຄວາມສ່ຽງຕໍ່ການຈັດຕັ້ງປະຕິບັດວຽກງານການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຈຶ່ງເຮັດໃຫ້ບໍ່ສາມາດປະຕິບັດໃນບາງວຽກງານທີ່ຈໍາເປັນ ແລະ ການບັງຄັບໃຊ້ ກໍຍັງບໍ່ທັນເຂັ້ມແຂງໜັກແໜ້ນ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ຍັງບໍ່ຄວບຄຸມເອົາທຸກບັນຫາທີ່ກ່ຽວຂ້ອງກັບການຮັບປະກັນຄຸນນະພາບຂອງຢາ ແລະ ຜະລິດຕະພັນການແພດ ຕາມທີ່ໄດ້ກ່າວມາ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ພາຍຫຼັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຈະຊ່ວຍເຮັດໃຫ້ວຽກງານການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ສາມາດດໍາເນີນໄປຢ່າງເປັນລະບົບ, ຄົບຊຸດ ແລະ ມີປະສິດທິພາບເພີ່ມຂຶ້ນ; ເປັນເຄື່ອງມືໃຫ້ແກ່ທຸກພາກສ່ວນ ທັງພາກລັດນັບແຕ່ສູນກາງຮອດທ້ອງຖິ່ນ ທີ່ເຮັດໜ້າທີ່ໃນການຄຸ້ມຄອງ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ, ຮັບປະກັນຢາ ແລະ ຜະລິດຕະພັນການແພດ ມີຄຸນນະພາບ, ປະສິດທິພາບ ແລະ ປອດໄພຍິ່ງຂຶ້ນ; ເຮັດໃຫ້ວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ໄດ້ຮັບການພັດທະນາຢ່າງເປັນລະບົບຄົບຊຸດ ໂດຍສະເພາະການຮັບປະກັນຄຸນນະພາບ; ອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສະເພາະໃຫ້ແກ່ຜູ້ປະກອບການດ້ານການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ.
ທ່ານ ຄຳໃບ ດຳລັດ ໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍດັ່ງກ່າວ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ນາງ ສຸພາວັນ ຫອມສະນິດ)