loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບເງິນສົດ ແລະ ສິນຄ້າໂອດັອບ ສະໜັບສະໜູນກອງປະຊຸມໄອປາ

ຕ.ລ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນຈັນທີ 14 ຕຸລາຜ່ານມາ ໄດ້ມີການມອບ-ຮັບເງິນສົດ 1 ຕື້ກີບ ຈາກບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ແລະ ສິນຄ້າໂອດັອບ (ກາເຟ, ໂສມສະກັດເຫັດຫຼິນຈື່ ແລະ ເຄື່ອງຫັດຖະກໍາພື້ນເມືອງ) ຈາກອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ (ສພຂ) ເຊກອງ ລວມມູນຄ່າ 55.15 ລ້ານກີບ ໃຫ້ແກ່ສະພາແຫ່ງຊາດ ເພື່ອສະໜັບສະໜູນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ເຊິ່ງຕາງໜ້າກ່າວຮັບເງິນສົດໂດຍທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າກ່າວມອບໂດຍຮອງຜູ້ອຳນວຍການຂອງ 2 ບໍລິສັດດັ່ງກ່າວ ແລະ ຕາງໜ້າກ່າວມອບສິນຄ້າໂອດັອບ ໂດຍທ່ານ ດົງເພັດ ພະຍົນ ປະທານ ສພຂ ເຊກອງ, ຕາງໜ້າກ່າວຮັບໂດຍທ່ານ ນາງ ປານຄໍາ ຂະຫຍອງເອກ ຫົວໜ້າສູນເຝິກອົບຮົມ ແລະ ຂໍ້ມູນຂ່າວສານ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

(ສອນສັກ ວັນວິໄຊ)