(ສພຊ) – ວັນທີ 1 ເມສານີ້ ໄດ້ມີພິທີມອບ-ຮັບເງິນສະໜັບສະໜູນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ມູນຄ່າ 318 ລ້ານກວ່າກີບ, ຕາງໜ້າມອບໂດຍທ່ານ ສີວິໄລ ພົມມະຈັກ ຜູ້ອໍານວຍການທະນາຄານພົງສະຫວັນ ແລະ ຕາງໜ້າຮັບໂດຍທ່ານ ນາງ ດຣ. ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ນາງ ດຣ. ວິພາວັນ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະຈຳສະພາແຫ່ງຊາດ ເພື່ອຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳຄັ້ງນີ້.

(ນາງ ອາລິນ ສຸພິມມະປະດິດ)

