(ສພຊ) – ວັນທີ 31 ມີນານີ້ ທີ່ສະພາແຫ່ງຊາດ, ໄດ້ມີພິທີມອບ-ຮັບຜ້າຫົ່ມ ຈຳນວນ 100 ຜືນ ແລະ ເງິນສົດ ລວມມູນຄ່າ 35 ລ້ານກີບ ຈາກບໍລິສັດ ພີທີແອວ ໂຮນດິງ ຈຳກັດ ເພື່ອນຳໄປມອບໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ; ໂດຍການກ່າວມອບຂອງຮອງຜູ້ອຳນວຍການບໍລິສັດດັ່ງກ່າວ, ຕາງໜ້າກ່າວຮັບໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອເປັນການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳໃນຄັ້ງນີ້.