(ສພຊ) – ວັນສຸກທີ 10 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບວັດຖຸປັດໄຈ ແລະ ເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກອຸທົກກະໄພນໍ້າຖ້ວມຢູ່ບ້ານຫ້ວຍເດື່ອ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງມີຈໍານວນ 262 ຫຼັງຄາເຮືອນ, 287 ຄອບຄົວ, ພົນລະເມືອງທັງໝົດ 1270 ຄົນ ຍິງ 630 ຄົນ; ຕາງໜ້າກ່າວມອບໂດຍປະທານອົງການພຸດທະສາສະໜາສັມພັນລາວ ຂອງ 4 ເມືອງພາຍໃນນະຄອນຫຼວງວຽງຈັນ ຄື: ຈັນທະບູລີ, ໄຊທານີ, ໄຊເສດຖາ ແລະ ສີໂຄດຕະບອງ, ຕາງໜ້າກ່າວຮັບໂດຍທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການບັນດາເຜົ່າ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ມອບ-ຮັບເຄື່ອງຊ່ວຍເຫຼືອປະຊາຊົນບ້ານຫ້ວຍເດື່ອ
