(ສພຊ) – ວັນທີ 21 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບຮັບ-ເຄື່ອງຊ່ວຍເຫຼືອໃຫ້ແກ່ສະພາປະຊາຊົນແຂວງຊຽງຂວາງ ເພື່ອນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນທີ່ທຸກຍາກ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງນຸ່ງຫົ່ມປະເພດກັນໜາວ ລວມມູນຄ່າ 35 ລ້ານກີບ; ກ່າວມອບໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງຊຽງຂວາງ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ມອບ-ຮັບເຄື່ອງຊ່ວຍເຫຼືອ
