ມອບ-ຮັບເຂົ້າສານ ເພື່ອຊ່ວຍເຫຼືອຜູ້ທີ່ຖືກອຸທົກກະໄພ

ມ.ຖ. 25, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນສຸກທີ 21 ມີນາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເຂົ້າສານຈໍານວນ 1,000 ກິໂລ ມູນຄ່າ 25 ລ້ານກີບ; ຕາງໜ້າກ່າວມອບໂດຍທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ, ກ່າວຮັບໂດຍທ່ານ ຄໍາຟອງ ອິນມານີ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ຄໍາຟອງ ອິນມານີ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນໍາເອົາເຂົ້າສານຈໍານວນດັ່ງກ່າວ ໄປມອບໃຫ້ບັນດາປະຊາຊົນຜູ້ທີ່ຖືກອຸທົກກະໄພນໍ້າຖ້ວມໄຫຼສຸເຮືອນ 35 ຫຼັງ ໃນປີ 2024 ຢູ່ແຂວງຫຼວງນໍ້າທາ ຕາມຈຸດປະສົງຂອງພາກສ່ວນທີ່ນໍາມາມອບ; ເຂົ້າສານທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ຈໍາປາຫອມ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຮ່ວມກັບສະຫະພັນແມ່ຍິງເຊື້ອຊາດລາວຢູ່ເມືອງຟອດສມິດ, ສະຫະລັດອາເມລິກາ.
(ສອນສັກ ວັນວິໄຊ)