ມອບ-ຮັບນ້ຳດື່ມ ເພື່ອຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 10

​ພ.ຈ. 13, 2025

‎ (ສພຊ) – ວັນທີ 11 ພະຈິກຜ່ານມາ, ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບນໍ້າດື່ມແຮ່ມິນີໂຣ ຈຳນວນ 526 ແພັກ ລວມມູນຄ່າ 100 ລ້ານກວ່າກີບ ຈາກໂຮງງານນໍ້າດື່ມ ແຮ່ທາດມິນີໂຣ ແລະ ນໍ້າໝາກໄມ້ ຈຳກັດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ເຊິ່ງມອບໂດຍທ່ານ ນາງ ວັນຄຳ ຈັນທະປະດິດ ພະນັກງານບໍລິຫານຫ້ອງການ ຕາງໜ້າໂຮງງານດັ່ງກ່າວ ແລະ ຕາງໜ້າຮັບໂດຍທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
‎ ໂອກາດດັ່ງກ່າວ, ທ່ານ ນາງ ດາວເພັດ ສີຫາວົງ ໄດ້ ມອບໃບຊົມເຊີຍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ໂຮງງານນຳ້ດື່ມແຮ່ທາດມິນີໂຣ ແລະ ນຳ້ໝາກໄມ້ ຈຳກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.