ມອບ-ຮັບນ້ຳດື່ມ ປະກອບສ່ວນເຂົ້າໃນກອງປະຊຸມຄັ້ງປະຖົມມະລືກ

ມ.ນ. 23, 2026

(ສພຊ) – ວັນທີ 20 ມີນານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບນ້ຳດື່ມ ຈາກໂຮງງານນ້ຳດື່ມ ມິນີໂຣ ແລະ ນ້ຳໝາກໄມ້ ຈຳກັດ (ກຸ່ມບໍລິສັດ DSK ຈຳກັດ) ມູນຄ່າເກືອບ 115 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X; ຕາງໜ້າກ່າວມອບໂດຍນາງ ພອນສະຫວັນ ແສນບຸດຕະລາດ ຜູ້ຊ່ວຍປະທານບໍລິສັດ ດີເອັສເຄ ຈຳກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພົງສະຫວັນ ແກ້ວລະຄອນ ຫົວໜ້າກົມບໍລິຫານ-ພິທີການ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ພົງສະຫວັນ ແກ້ວລະຄອນ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຄັ້ງນີ້້; ພ້ອມນັ້ນ, ຍັງໄດ້ຕາງໜ້າໃຫ້ຫ້ອງວ່າການສະພາແຫ່ງຊາດ ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອເປັນການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳໃນຄັ້ງນີ້.