ມອບ-ຮັບຄອມພິວເຕີ 2 ໜ່ວຍ

ຕ.ລ. 1, 2025

(ສພຊ) – ຕອນສວາຍວັນພຸດທີ 01 ຕຸລານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບຄອມພິວເຕີຕັ້ງຕັກ 2 ໜ່ວຍ ລວມມູນຄ່າ 25.4 ລ້ານກີບ ຈາກທະນາຄານພົງສະຫວັນ, ຕາງໜ້າກ່າວມອບໂດຍທ່ານ ສີວິໄລ ພົມມະຈັກ ຜູ້ອໍານວຍການທະນາຄານພົງສະຫວັນ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ປອ. ອາຄົມ ປຣະເສີດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ເພື່ອຊົມເຊີຍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳຄັ້ງນີ້.
(ສອນສັກ ວັນວິໄຊ)