
ໃນລະຫວ່າງວັນທີ 11-15 ກຸມພາ 2024 ທ່ານ ນ. ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ນ. ທອງສະໄໝ ສີສຸທອນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກແບງ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງງາ ລວມໄດ້ 10 ຈຸດ, 9 ບ້ານຄື: ບ້ານ ລໍາແພນ, ມົກຈົ່ງໃຫຍ່, ມົກຈົ່ງນ້ອຍ, ມົກໂຄໃຫຍ່, ມົກໂຄກາງ, ມົກຄະ, ກອງວາງ, ກອນລາງ, ພູສູງ ແລະ ສະໂມສອນເມືອງປາກແບງ ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, 2 ກໍາລັງ ປກຊ-ປກສ, ເລຂາພັກກຸ່ມບ້ານ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮັບຟັງທັງໝົດ 1.091 ຄົນ, ຍີງ 820 ຄົນ.





ພ້ອມນັ້ນ, ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ ຈໍານວນໜຶ່ງ ມອບໃຫ້ຄອບຄົວຜູ້ທຸກຍາກຕື່ມອີກ.
ຂ່າວ: ສະພາປະຊາຊົນແຂວງ.