
ໃນລະຫວ່າງວັນທີ 2-6 ກຸມພາ 2024 ທ່ານ ນິສິດ ແກ້ວປັນຍາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ບຸນທີ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ , ທ່ານ ດຣ ນ. ສິດທິວອນ ຫົງສາຄອນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງງາ ລວມໄດ້ 10 ຈຸດ, 9 ບ້ານຄື: ບ້ານ ລາດຫານ, ຫ້ວຍລ້ອມ, ຫ້ວຍຂະຫຍາຍນ້ອຍ, ຫ້ວຍຂະຫຍາຍໃຫຍ່, ມົກລະວານ, ທ່າກ້ວາງ, ຫ້ວຍປອນ, ຫ້ວຍລະເປີ, ກິ່ວຫຼັກຄໍາ ແລະ ສະໂມສອນເມືອງແບງ ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, 2 ກໍາລັງ ປກຊ-ປກສ, ເລຂາພັກກຸ່ມບ້ານ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮັບຟັງທັງໝົດ 984 ຄົນ, ຍີງ 424 ຄົນ.






ພ້ອມນັ້ນ, ຍັງໄດ້ນໍາເອົາເຄື່ອງນຸ່ງຫົມຈໍານວນໜຶ່ງ ລວມມູນຄ່າ 60.975.000 ກີບ ໄປມອບໃຫ້ແກ່ຄອບຄົວທຸກຍາກ ຕື່ມອີກ.

