ພົບປະ ປະຊາຊົນ ຢູ່ເມືອງນາໝໍ້.

ກ.ຍ. 8, 2025

ໃນລະຫວ່າງ ວັນທີ 27 – 29 ສິງຫາ 2025 ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ແສງອາລຸນ ປັນຍາລໍ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ໄດ້ລົງເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ່ II ໃຫ້ບັນດາພະນັກງານ-ລັດຖະກອນ ແລະ ບັດດາພໍ່ແມ່ປະຊາຊົນບັນດາເຜົາພາຍໃນເມືອງນາໝໍ້ ໄດ້ 6 ຈຸດຄື: ພົບປະໂອລົມພະນັກງານ-ລັດຖະກອນ ຢູ່ ຈຸດສະໂມສອນເມືອງ, ພົບປະໂອລົມປະຊາຊົນບ້ານນໍ້າແຊ, ບ້ານກີ່ວແຈບ, ບ້ານກູລົງ, ບ້ານນໍ້າບໍ່ຕາໄກ່ ແລະ ບ້ານໜາກຈຸກ ພ້ອມທັງລົງຢ້ຽມຢາມ ໂຄງການພະລັງງານໄຟຟ້າແສງຕາເວັນ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 512 ເທ່ືອຄົນ, ຍິງ 161 ເທື່ອຄົນ. ພ້ອມນັ້ນ, ຍັງໄດ້ຮັບຟັງການມີຄໍາເຫັນ, ຄໍາສະເໜີຂອງຜູ້ເຂົ້າຮ່ວມຕໍ່ບັນຫາຕ່າງໆໃນການຄຸ່ມຂອງບໍລິຫານລັດ ຂອງສະມາຊິກລັດຖະບານ, ສະມາຊິກອົງການປົກຄອງແຂວງ ແລະ ໄດ້ຮັບຟັງການຊີ້ແຈງ ຈາກສະມາຊິກສະພາປະຊາຊົນແຂວງ, ບາງບັນຫາທີບໍ່ໄດ້ຊີ້ແຈງ ແມ່ນຈະໄດ້ສະຫລຸບສັງລວມຄໍາສະເໜີດັ່ງກ່າວ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລື ພ້ອມທັງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ.
ສະພາປະຊາຊົນແຂວງ.