ພົທ. ສຸວອນ ເລືອງບຸນມີ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ຢູ່ແຂວງໄຊຍະບູລີ

ສ.ຫ. 11, 2025

(ສພຊ) – ວັນທີ 1-8 ສິງຫາຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ແລະ ຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ II ຢູ່: ບ້ານເມືອງໝໍ ແລະ ເທດສະບານເມືອງແກ່ນທ້າວ, ບ້ານຕາລິ່ງ ແລະ ເທດສະບານເມືອງບໍ່ແຕນ, ບ້ານນາສັກ ແລະ ເທດສະບານເມືອງປາກລາຍ, ບ້ານສະຫວ່າງ ແລະ ເທດສະບານເມືອງທົ່ງມີໄຊ, ບ້ານນາຊິງ ແລະ ເທດສະບານເມືອງພຽງ, ບ້ານນາຫຼາ ແລະ ເທດສະບານແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ເຊິ່ງມີພະນັກງານ-ລັດຖະກອນ, ນາຍ ແລະ ພົນຕຳຫຼວດ-ທະຫານ, ເລຂາພັກບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນການເຄື່ອນໄຫວ, ໄດ້ຮັບຟັງການລາຍງານໂດຍສັງເຂບສະພາບການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນ. ຈາກນັ້ນ, ສສຊ-ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ເຊິ່ງໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ ເປັນຕົ້ນບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ບົດລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX; ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ໄດ້ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); ການປະເມີນນິຕິກໍາໃຕ້ກົດໝາຍຂອງອົງການປົກຄອງແຂວງ 3 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ; ແລະ ການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຕີລາຄາສູງຕໍ່ຄວາມດຸໝັ່ນ ແລະ ການມີຫົວຄິດພັດທະນາຂອງປະຊາຊົນ ທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳແກ່ອຳນາດການປົກຄອງເມືອງ, ບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຮັກສາຄວາມສາມັກຄີ, ຮັກແພງເຊິ່ງກັນແລະກັນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດໃນຄອບຄົວຂອງຕົນ ໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ແລະ ຄະນະ ຍັງໄດ້ຕິດຕາມໂຄງການຕ້ານເຈື່ອນຢູ່ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ.

(ນາງ ອາລິນ ສຸພິມມະປະດິດ)