ວັນທີ 6 ກຸມພາ 2026 ແຂວງຫຼວງນໍ້າທາຈັດພິທີໂຄສະນາຫາສຽງໃຫ້ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ຈັດຂື້ນຢູ່ທີ່ຫໍວັດທະນະທຳຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມມີ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ການນໍາຂອງແຂວງ, ອະດີດການໍາຂອງແຂວງ, ອະດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊົນແຂວງ, ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V, ພະແນກການຂອງແຂວງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ບັນດາທະນາຄານ, ບັນດາ 9 ບ້ານເທດສະບານແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ໂອກາດດັງກ່າວທ່ານ ຄຳຟອງ ອີນມະນີ ຮອງເລຂາພັກແຂວງ,ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ,ໄດ້ລາຍງານຄຸນລັກສະນະ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ເຊີງທ່ານໃຫ້ຮູ້ວ່າຈຳນວນຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ມີທັງໝົດ 45 ທ່ານ, ຍິງ 13 ທ່ານ. ໃນນີ້ມີເຜົ່າລາວ 6 ທ່ານ, ຍິງ 1 ທ່ານ, ກຶມມຸ 11 ທ່ານ, ຍິງ 1 ທ່ານ, ໄຕ໋ດໍາ 8 ທ່ານ, ຍິງ 4 ທ່ານ, ລື້ 5 ທ່ານ, ຍິງ 2 ທ່ານ, ຍວນ 2 ທ່ານ, ຍິງ 2 ທ່ານ, ໄຕ໋ເໜືອ 2 ທ່ານ, ໄຕ໋ແດງ 1 ທ່ານ, ມົ້ງ 2 ທ່ານ, ອາຄາ 2 ທ່ານ, ລະເມດ 1 ທ່ານ, ຍິງ 1 ສະຫາຍ, ພູນ້ອຍ 2 ທ່ານ, ຍິງ 1 ທ່ານ, ໄທພວນ 1 ທ່ານ, ອີວມຽນ 1 ທ່ານ, ລະເວນ 01 ທ່ານ, ຍິງ 1 ທ່ານ. ຊຶ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວແຂວງຫຼວງນໍ້າທາ ທັງໝົດ ຈໍານວນ 215.902 ຄົນ, ຍິງ 105.069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຜ່ານມາແມ່ນເພີ່ມຂື້ນ 15%, ຜູ້ຮັບສະໝັກເລືອກຕັ້ງຄັ້ງນີ້ ມີກຳມະການສູນກາງພັກ 2 ທ່ານ, ຍິງ 1 ທ່ານ, ກໍາມະການປະຈໍາພັກແຂວງ 1 ທ່ານ, ກໍາມະການພັກແຂວງ 7 ທ່ານ, ຍິງ 1 ທ່ານ, ກໍາມະການພັກເມືອງ 13 ທ່ານ, ຍິງ 5 ທ່ານ ແລະ ມີຜູ້ຮັບສະມັກເລືອກຕັ້ງ ທີ່ມາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ຈໍານວນ 22 ທ່ານ, ຍິງ 6 ທ່ານ. ໂຄງປະກອບຜູ້ຮັບສະໝັກທີ່ມາຈາກຂົງເຂດຕ່າງໆ ປະກອບມີ: ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີຜູ້ຮັບສະໝັກທັງໝົດ ຈຳນວນ 10 ທ່ານ, ຍິງ 3 ທ່ານ; ເລືອກເອົາ 7 ທ່ານ,ຈາກສູນກາງ ຈຳນວນ 2 ທ່ານ, ຍິງ 1 ທ່ານ; ທ້ອງຖິ່ນ ຈຳນວນ 8 ທ່ານ, ຍິງ 2 ທ່ານ, ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V 35 ທ່ານ, ຍິງ 10 ທ່ານ; ເລືອກເອົາ 25 ທ່ານ; ອາຍຸສູງສຸດແມ່ນ 62 ປີ, ຕໍ່າສຸດແມ່ນ 41 ປີ, ອາຍຸສະເລ່ຍແມ່ນ 49 ປີ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງທຸກທ່ານ ຈົ່ງເຊີດຊູ ຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%. ພ້ອມນັ້ນ ຜູ້ລົງຮັບສະມັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງຫຼວງນໍ້າທາ ໄດ້ຂື້ນສະເໜີຕົວຕາມປະຫວັດການເຄື່ອນໄຫວຂອງຕົນ.

ຂ່າວ ວັນນີ ແຝງບົວວັນ
