ເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022 ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບົດບັນທຶກຮ່ວມໄດ້ຮັບຜົນດີ, ການປະສານງານ ແລະ ການສະໜອງຂໍ້ມູນເຊິ່ງກັນ ແລະ ກັນ ມີຄວາມສະດວກ, ວ່ອງໄວທັນກັບເວລາ.

ຕອນບ່າຍຂອງວັນທີ 28 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີເຊັນບົດບັນທຶກຮ່ວມການປະສານງານ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ກັບ ຫ້ອງວ່າການແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ນ. ອໍາໄພວອນ ປັນຍາລັກ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ແລະ ທ່ານ ນ. ວັນສີ ພວງມະໄລ ຄະນະປະຈໍາສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ, ມີຮອງຫົວໜ້າຫ້ອງວ່າການແຂວງ, ຮອງເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນຫ້ອງວ່າການແຂວງແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມ.

ພິທີ, ທ່ານ ວົງສີ ບຸນທີໃຈ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດບັນທຶກຮ່ວມການປະສານງານ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ກັບ ຫ້ອງວ່າການແຂວງອຸດົມໄຊ, ເຊິ່ງບົດບັນທຶກຮ່ວມດັ່ງກ່າວປະກອບດ້ວຍ 5 ໝວດ, 14 ມາດຕາ ເຊິ່ງໄດ້ກໍານົດຈຸດປະສົງ, ຫຼັກການ, ຂອບເຂດການນໍາໃຊ້ ແລະ ອື່ນໆ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງ ກັບ ຫ້ອງວ່າແຂວງ ເພື່ອເປັນໃຈກາງໃນປະສານງານ, ເພື່ອຄວາມເປັນເອກະພາບ ແລະ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ຕາມພາລະບົດບາດ, ສິດ, ໜ້າທີ່ ແນໃສ່ຮັບປະກັນການເປັນເສນາທິການທີ່ດີໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ ໃນການປະຕິບັດໜ້າທີ່ໃຫ້ວ່ອງໄວ, ຮັດກຸມ, ທັນເວລາ ແລະ ໃຫ້ມີປະສິດທິພາບ. ພ້ອມນັ້ນ, ໄດ້ເຊັນບົດບັນທຶກຮ່ວມດັ່ງກ່າວຢ່າງເປັນທາງການ.



ພາບ/ຂ່າວ: ສະພາປະຊາຊົນແຂວງ.