ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023.

ຕ.ລ. 17, 2024

ຕອນເຊົ້າ ວັນທີ 17 ຕຸລາ 2024 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງນໍ້າທາ, ໜ່ວຍພັກພະແນກຍຸຕິທໍາແຂວງ, ສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງຫຼວງນໍ້າທາ, ໄດ້ຈັດພິທີຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງນໍ້າທາ, ມີບັນດາສະຫາຍເລຂາຄະນະພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງ, ກວດກາ, ໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊີກພັກເຂົ້າຮ່ວມ 40 ກວ່າສະຫາຍ, ໃນນີ້ໄດ້ຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງເລກທີ77/ຄປພຂ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023, ບົດສະຫຼູບຫຍໍ້ການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂອງໜວ່ຍພັກພະແນກຍຸຕິທໍາ, ສະພາປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງປະຈໍາປີ2023 ຕີລາຄາປະເມີນໄດ້ໜວ່ຍພັກພະແນກ ຍຸຕິທໍາມີສະຊິກພັກແຂງ 35 ສະຫາຍ, ຍິງ18 ສະຫາຍມີຄະແນນລວມ 9,11ກວມ100%, ໜ່ວຍພັກສະພາປະຊາຊົນມີສະມາຊິກພັກແຂງ 33 ສະຫາຍ ຍິງ12 ສະຫາຍຄະແນນລວມ 9,9 ກວມ100%, ໜ່ວຍພັກສານປະຊາຊົນມີສະມາຊິກພັກແຂງ 27 ສະຫາຍ ຍິງ 11 ສະຫາຍຄະແນນລວມ 9,8 ກວມ100%, ໜ່ວຍພັກ ອົງການໄອຍາການປະຊາຊົນມີສະມາຊິກພັກແຂງ 21 ສະຫາຍ ຍິງ 9 ສະຫາຍ ຄະແນນລວມ 9,8 ກວມ 100%, ທິດທາງແຜນການປະຈໍາປີ2024 ບັນໜວ່ຍໄດ້ວາງຄາດໝາຍສູ້ຊົນປະຕິບັດຕາມມາດຖານດັ່ງນີ້; ພະແນກຍຸຕິທໍາໃຫ້ໄດ້100%, ສະພາປະຊາຊົນໃຫ້ໄດ້ 99%, ສານປະຊາຊົນໃຫ້ໄດ້ 100%, ອົງການໄອຍາການປະຊາຊົນໃຫ້ໄດ້ 100%

ຕອນທ້າຍຂອງພິທີ ສະຫາຍ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ປະທານພິທີຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະພັກ, ສະມາຊິກພັກສືບຕໍ່ຊີ້ນໍາໆພາປັບປຸງຍົກສູງຄຸນທາດການເມຶອງໃຫ້ໜັກແໜ້ນ, ເຂັ້ມແຂງ, ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອອ່ນ, ນໍາພາປະຕິບັດທາງດ້ານໜ້າທີ່ການເມືອງ, ວິຊາສະເພາະ, ພັດທະນາດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ສືບຕໍ່ຊີ້ນໍາອົງການຈັດຕັ້ງມະຫາຊົນເພື່ອກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ໄດ້ທັງປະລິມານຮັບປະກັນທັງດ້ານຄຸນນະພາບແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ພາບ ແລະ ຂ່າວ ໂດຍ ນາງ ອາເມີງ ວິແຄລູ