
ວັນທີ 9 ມິຖຸນາ 2022 ນີ້ ເວລາ 8:30 ໂມງຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກສະພາປະຊາຊົນແຂວງ. ໂດຍພາຍໃຕ້ການການເປັນປະທານຂອງສະຫາຍ ນາງ ດາວ ໄຊເສດຖາ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆບໍ່ແກ້ວ ແລະແຂກຖືກເຊີນຈາກຄະນະກວດກາພັກ-ລັດ, ຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ ແລະສໍາຮອງ ເຂົ້າຮ່ວມຈໍານວນ 28 ສະຫາຍ, ຍິງ10 ສະຫາຍ.


ໃນພິທີດັ່ງກ່າວ ຄະນະຈັດຄັ້ງພິທີໄດ້ຂຶ້ນກ່າວຈຸດປະສົງແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງແລະ ໜັກແໜ້ນ ປະຈໍາປີ 2021 ແລະ ເປັນກຽດມອບໃບຢັ້ງຍືນຄັ້ງນີ້ແມ່ນ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ຂຶ້ນຮັບໂດຍ ສະຫາຍ ນາງ ດາວໄຊເສດຖາກຳມະການພັກແຂວງ, ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ

ໃນຕອນທ້າຍພິທີ ສະຫາຍເລຂາພັກແຂວງເຈົ້າແຂວງໆບໍ່ແກ້ວຍັງໄດ້ໃຫ້ຄໍາໂອ້ລົມ ແລະ ມີທິດຊີ້ນໍາຕໍ່ໜ່ວຍພັກ ຂອງສະພາປະຊາຊົນແຂວງ ແລະ ຂຶ້ນຮັບຄໍາໂອວາດໂດຍສະຫາຍເລຂາໜ່ວຍພັກ. ພິທີດັ່ງກ່າວແມ່ນດໍາເດີນເປັນເວລາ 1 ຕອນກໍສໍາເລັດ.

ພາບ ແລະ ຂ່າວ
ນາງ ຂັນຖະໜອມ ແກ້ວມະນີ