(ສພຊ) – ວັນທີ 10 ພະຈິກນີ້, ສະພາແຫ່ງຊາດ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງພົນທະຫານຮາບທີ 3 ເມືອງຮຸນ ແຂວງອຸດົມໄຊ ປະກອບມີ: ເຂົ້າສານ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ລວມມູນຄ່າທັງໝົດ 252,844,000 ກີບ, ຕາງໜ້າມອບໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ແລະ ຕາງໜ້າຮັບໂດຍທ່ານ ນາງ ມະໃລພອນ ດາລາສຸກ ຄອບຄົວຫົວໜ້າການທະຫານກອງພົນທະຫານຮາບທີ 3 ເຊິ່ງມີທ່ານ ຄຳຈັນ ໂສຕາປຣະເສີດ ປະທານກຳມາທິການບັນດາເຜົ່າ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ; ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້, ເພື່ອຊຸກຍູ້ປະກອນສ່ວນກຳລັງແຮງສັງລວມໃຫ້ແກ່ທະຫານກອງພົນທະຫານຮາບທີ 3 ທີ່ກຳລັງປະຕິບັດວຽກງານປ້ອງກັນຊາດຢູ່ເຂດທຸລະກັນດານຫ່າງໄກສອກຫຼີກດ້ວຍຄວາມຫ້າວຫັນ ເຊິ່ງບັນດາສະຫາຍໄດ້ສຸມເຫື່ອແຮງ, ສະຕິປັນຍາ, ກຳລັງແຮງກາຍໃຈ ເຮັດໜ້າທີ່ປົກປັກຮັກສາອະທິປະໄຕດ້ວຍຄວາມອົງອາດກ້າຫານ.

(ນາງ ກຸກກິກ ບຸດດາໄຊ)

