
ຕອນເຊົ້າຂອງວັນທີ 27 ທັນວາ 2024 ພິທີປະກາດຮັບຮອງຂໍ້ແຂງຂັນ 4 ບຸກ ປະຈຳປີ 2024 ຂອງໜ່ວຍຊາວໜຸ່ມຮາກຖານ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ເສນນ້ອຍສີ ເລຂາໜ່ວຍຊາວໜຸ່ມຮາກຖານ ສະພາປະຊາແຂວງ, ໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ແສງອາລຸນ ສີບຸນເຮື່ອງ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຮອງເລຂາໜ່ວຍພັກສະພາປະຊາແຂວງ, ມີແຂກເຊີນຈາກໜ່ວຍຊາວໜຸ່ມພະແນກການ, ອົງການອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍຮາກຖານ ສະພາປະຊາຊົນແຂວງ ເຂົ້າຮ່ວມ.



ພິທີໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໂດຍຍົກໃຫ້ເຫັນດ້ານດີຜົນງານ-ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເຊິ່ງສາມາດໄດ້ຮັບການຢັ້ງຢືນຈາກຄະນະບໍລິຫານງານຊາວໜຸ່ມແຂວງ ເປັນໜ່ວຍຊາວໜຸ່ມ 4 ບຸກ ປະຈຳປີ 2024. ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກ ປະຈຳປີ 2024 ແລະ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍສັນລະເສີນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2024 ແລະ ຈັດພິທີມອບໃບຍ້ອງຍໍ, ໃບຢັ້ງຢືນດັ່ງກ່າວ ຢ່າງເປັນທາງການ.


ໃນໂອກາດນີ້ໄດ້ຮັບຟັງການໂອ້ລົມຈາກສະຫາຍ ແສງອາລຸນ ສີບຸນເຮື່ອງ ຄະນະບໍລິຫານງານຊາວໜຸ່ມແຂວງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ທາງຄະນະໜ່ວຍຊາວໜຸ່ມຮາກຖານ ສະພາປະຊາຊົນແຂວງຍາດມາໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງຄະນະໜ່ວຍ, ສະມາຊິກຊາວໜຸ່ມ ໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີປອງດອງ ສືບຕໍ່ຜັນຂະຫຍາຍບັນດາມະຕິຕ່າງໆຂອງພັກ-ລັດ, ປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຂອງຕົນຕາມການມອບໝາຍ ໃຫ້ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ.
