ໃນຕອບບ່າຍຂອງວັນທີ 29 ພຶດສະພາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມມີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະເລຂາທິການ, ຄະນະຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງຄຳມ່ວນ.

ໃນພິທີ, ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຜ່ານບັນດາ ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 88,89,90/ຄປຈ.ສພຂ, ລົງວັນທີ 24 ມີນາ 2025 ວ່າດ້ວຍການແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ, ເຊິ່ງໄດ້ແຕ່ງຕັ້ງທ່ານ ສຸກສົມພອນ ແສງອາລຸນ ເປັນຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ທ່ານ ເທບພະພອນ ສຸພາໂກສົນ ເປັນຫົວໜ້າຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ທ່ານ ນາງ ຖຸດາວັນ ແສງອາລຸນ ເປັນຮອງຫົວໜ້າຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ ແລະ ທ່ານ ນາງ ທິບພາພອນ ບຸບຜາສິລິ ເປັນຮອງຫົວໜ້າຂະແໜງບັນດາເຜົ່າ; ທັງນີ້, ເພື່ອປັບປຸງກົງຈັກການຈັດຕັ້ງພາຍໃນ ສະພາປະຊາຊົນແຂວງຄຳມ່ວນ ໃຫ້ມີຄວາມເຂັ້ມແຂງດ້ານຄຸນນະພາບ, ຍົກສູງພາລະບົດບາດ, ຮັບປະກັນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ສິດຂອງຕົນ ໃຫ້ມີຜົນສຳເລັດຕາມລັດຖະທຳມູນ ແລະ ກົດໝາຍກຳນົດໄວ້.

ໂອກາດດຽວກັນນີ້, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວໂອ້ລົມວ່າ: ການປະກາດການຈັດຕັ້ງພາຍໃນສະພາປະຊາຊົນແຂວງຄຳມ່ວນ ຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ; ພ້ອມນັ້ນ, ເຊື່ອໝັ້ນວ່າບັນດາທ່ານທີ່ແຕ່ງຕັ້ງຈະ ສືບຕໍ່ເພີ່ມທະວີຄວາມສາມັກຄີ ໃນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງມີປະສິດທິພາບ.
ໂດຍ: ເອື້ອ ມະໂນສິງ