ໃນຕອນເຊົ້າວັນທີ 26 ກໍລະກົດ 2024 ນີ້, ທີ່ສະໂມສອນ 21 ມີນາແຂວງຄໍາມ່ວນ, ມື້ທີ 3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.


ຕາມວາລະກອງປະຊຸມເຊົ້ານີ້ຈະໄດ້ຮັບຟັງຮ່າງມະຕິ ກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງຄໍາມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2024, ຮ່າງ ມະຕິກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງຄໍາມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນ ທ້າຍປີ 2024, ຮ່າງມະຕິ ກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2021-2023 ແລະ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2024, ຮ່າງ ມະຕິ ກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ວ່າດ້ວຍການຄຸ້ມຄອງນຳໃຊ້ທີ່ດິນກະສິກຳຢູ່ແຂວງຄໍາມ່ວນ ສະບັບເລກທີ 333/ຈຂ.ຄມ,ລົງວັນທີ 3 ມີນາ 2020, ຮ່າງ ມະຕິກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ການເຄື່ອນໄຫວວຽກງານ ຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II,

ພ້ອມນັ້ນກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາເຫັນຕໍ່ຮ່າງມະຕິ ແລະ ລົງຄະແນນສຽງຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ.
ໂດຍ: ເອື້ອ ມະໂນສິງ