
ຕອນເຊົ້າຂອງວັນພະຫັດ, ວັນທີ 29 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມຜ່ານແຜນດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະ ຊາຊົນແຂວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ອົງການກວດກາລັດແຂວງ, ພະແນກພາຍໃນແຂວງ, ຄະນະຮັບ ຜິດຊອບ ແລະ ຫົວໜ້າຂະແໜງກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ, ເພື່ອເປັນການເສີມຂະຫຍາຍພາລະບົດບາດ, ຄວາມຮັບຜິດຊອບໃນການຕິດຕາມກວດກາຂອງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ເຮັດໃຫ້ບຸກຄະລາກອນທີ່ຖືກປະເມີນຄວາມໄວ້ວາງໃຈເຫັນໄດ້ຈຸດດີຜົນງານ, ຈຸດອ່ອນຂໍ້ຄົງຄ້າງຂອງຕົນໃນໄລຍະຜ່ານມາ, ພ້ອມທັງມີວິທີປັບປຸງແກ້ໄຂ ແລະ ເພີ່ມຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.


ທ່ານ ທອງຄານ ວັດສະດາກອນ ໄດ້ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນ, ຜ່ານຂໍ້ຕົກລົງຂອງຄະນະຮັບຜິດ ຊອບການປະເມີນວ່າດ້ວຍການແຕ່ງຕັ້ງກອງເລຂານຸການ ແລະ ໄດ້ຜ່ານແຜນດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ຫຼັງຈາກນັ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງ ເພື່ອເຮັດໃຫ້ແຜນດໍາເນີນການປະເມີນດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ເພື່ອເປັນບ່ອນອີງໃນການປະເມີນຄວາມໄວ້ວາງໃຈ ແລະ ຮັບປະກັນໃຫ້ແກ່ການດໍາເນີນການປະເມີນຄວາມໄວ້ວາງໃຈໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.




ພາບ/ຂ່າວ: ນັກຂ່າວ ສພຂ.