ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ມ.ກ. 9, 2026

(ສພຊ) – ວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດ ເຂົ້າຮ່ວມ; ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ 1,226 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳ ຄັນຍິ່ງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”.
ບັນດາຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ ລ້ວນແຕ່ເຫັນເປັນເອກະພາບກັນວ່າ, ນີ້ແມ່ນກອງປະຊຸມໃຫຍ່ທີ່ມີຄວາມສາມັກຄີເປັນເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ, ແມ່ນກອງປະຊຸມໃຫຍ່ແຫ່ງການເສີມຂະຫຍາຍມານະຈິດປະຕິວັດ, ແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນຕໍ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ, ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດອັນຟົດຟື້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ພິຈາລະນາຮັບຮອງເອົາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ເຊິ່ງມີລາຍລະອຽດດັ່ງນີ້:
ກອງປະຊຸມໃຫຍ່ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ສະເໜີໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຊິິ່ງເປັນເອກະສານສໍາຄັນທີ່ກໍານົດທິດພື້ນຖານໃຫ້ການວາງຍຸດທະສາດ ແລະ ວິໄສທັດຂອງພັກ. ໂຄງການການເມືອງສະບັບນີ້ ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 2 ກໍຄືພັກນໍາພາເຮັດສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ງສັງຄົມນິິຍົມ ເຊິ່ງໄດ້ແບ່ງເປັນ 3 ໄລຍະ (ພັກນໍາພາພາລະກິດປົດປ່ອຍຊາດ, ພັກນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພັກນໍາພາພາລະກິດປ່ຽນແປງໃໝ່); ພ້ອມທັງຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 6 ປະການ. ພ້ອມນັ້ນ, ຍັງໄດ້ວາງຈຸດໝາຍຮອດປີ 2055 ກໍຄືວັນສ້າງຕັ້ງພັກຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາໃຫ້ເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ; ພ້ອມທັງໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ເປັນເອກະສັນຮັບຮອງເອົາລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງໄດ້ຕີລາຄາຢ່າງກວມລວມ ແລະ ເລິກເຊິ່ງ ກັບໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໃນ 5 ປີຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ບັນຫາເຄັ່ງຮ້ອນເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.
ກອງປະຊຸມໃຫຍ່ໄດ້ເປັນເອກະພາບພາວະວິໄສຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນໍາພາ-ຊີ້ນໍາຂອງພັກ ກໍຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ, ພ້ອມທັງເລັ່ງທວງໃຫ້ດໍາເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ເພື່ອຮັບປະກັນໃຫ້ການຫັນປ່ຽນໃໝ່ຢ່າງຕັ້ງໜ້າຫຼາຍຂຶ້ນ; ກອງປະຊຸມໃຫຍ່ໄດ້ຮັບຮອງເອົາ 6 ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືພຶດຕິກໍາຕົວຈິງໃນການນໍາພາຂອງພັກເຮົາໃນ 5 ປີຜ່ານມາ ເພື່ອເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃນຕໍ່ໜ້າ.
ເພື່ອສືບຕໍ່ພາລະກິດອັນສໍາຄັນໃຫ້ບັນລຸຕາມຄາດໝາຍທີ່ວາງອອກ, ກອງປະຊຸມໃຫຍ່ໄດ້ຢືນຢັນຄວາມຕັດສິນໃຈທີ່ຈະສືບຕໍ່ນໍາພາປະເທດຊາດ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ ບົນພື້ນຖານຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເສີມຂະຫຍາຍກໍາລັງແຮງຂອງຊາດ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຮອດປີ 2030 ໃຫ້ມີພື້ນຖານ ແລະ ທ່ວງທ່າທີ່ໜັກແໜ້ນໃຫ້ການພັດທະນາ ພາຍຫຼັງປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ຍົກລະດັບການສ້າງປະຖົມປັດໄຈໃຫ້ການກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນໃນຊຸມປີຕໍ່ໜ້າ; ໂດຍສະເພາະໃນ 5 ປີຕໍ່ໜ້ານີ້, ກອງປະຊຸມໃຫຍ່ໄດ້ເອກະພາບຮັບຮອງເອົາ 11 ທິດທາງໃຫຍ່ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງລາຍງານການເມືອງໃຫ້ມີຜົນສໍາເລັດຕົວຈິງ.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫຼົ່ານັ້ນ. ໃນນັ້ນ, ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຄື: 1) ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດໃຫ້ບັນລຸ 6% ຕໍ່ປີຂຶ້ນໄປ; 2) ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ; 3) ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ; 4) ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; 5) ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; 6) ການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງກົດລະບຽບພັກ ສະໄໝທີ XII ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນອັນປະເສີດຂອງພັກ ໃນການເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ດໍາເນີນການປັບປຸງ-ດັດແປງກົນໄກນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ, ປຸກລະດົມທົ່ວພັກ ແລະ ທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງການເມືອງຂອງພັກໃຫ້ມີຜົນສໍາເລັດ.
ກອງປະຊຸມໃຫຍ່ໃນຄັ້ງນີ້, ຍັງໄດ້ເປັນເອກະສັນເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸໃນການສ້າງການຫັນປ່ຽນທີ່ແຂງແຮງໃນການພັດທະນາ ແລະ ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.
ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພ້ອມກັນນັ້ນ, ກໍໄດ້ເລືອກເອົາສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ກອງປະຊຸມຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກປະກອບດ້ວຍ 6 ສະຫາຍ ໂດຍແມ່ນສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາສູນກາງພັກ.
ກອງປະຊຸມໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຜະລິດ-ບໍລິການ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ອາໄສຢູ່ ສປປລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອສ້າງພື້ນຖານອັນໜັກແໜ້ນ ແລະ ທ່ວງທ່າໃໝ່ ໃຫ້ການນໍາເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ກອງປະຊຸມຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງປະຊາຊົນເຮົາ ຕະຫຼອດໄລຍະເວລາທີ່ຜ່ານມາ.
ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນ ປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ໃຫ້ປາກົດຜົນເປັນຈິງ; ພ້ອມກັນນີ້, ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນ ເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ