(ສພຊ) – ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27 ພະຈິກ 2025 ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ສຳນັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ ແລະ ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປຶກສາຫາລື, ໃຫ້ທິດຊີ້ນຳ ແລະ ໄດ້ເປັນເອກະພາບສູງ ຮັບຮອງເອົາດ້ານຫຼັກການ ຕໍ່ບັນດາເນື້ອໃນຕົ້ນຕໍທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຮ່າງກົດລະບຽບພັກສະບັບປັບປຸງ ເຊິ່ງກອງປະຊຸມໄດ້ສຸມໃສ່ຊີ້ນໍາ ແລະ ຊີ້ແຈງ ຕໍ່ບັນດາບັນຫາທີ່ຕັ້ງຂຶ້ນ ເພື່ອຮັບປະກັນໃຫ້ເນື້ອໃນຕ່າງໆ ມີຄວາມສົມບູນຍິ່ງຂຶ້ນ.
ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ມີການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ເພື່ອພ້ອມກັນປຶກສາຫາລື ແລະ ສໍາຫຼວດກວດຄືນບັນຫາສໍາຄັນໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານສູນກາງພັກ ຕະຫຼອດສະໄໝ ທັງໃນດ້ານການນໍາພາລວມ ກໍຄືການສໍາຫຼວດແຕ່ລະສະຫາຍ ເຊິ່ງເປັນການທົບທວນຄືນຜົນງານແຫ່ງການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ໄດ້ດໍາເນີນມາເປັນເວລາ 5 ປີ ແລະ ເປັນການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງໃນມໍ່ໆນີ້ ເຊິ່ງຖືເປັນຫຼັກການ, ລະບອບແບບແຜນ ແລະ ກົດເກນຂອງພັກ ທີ່ໄດ້ຢຶດຖື, ຢຶດໜັ້ນ ແລະ ຈັດຕັ້ງປະຕິບັດເປັນມູນເຊື້ອອັນດີງາມຂອງຕົນຕະຫຼອດມາ ນັບຕັ້ງແຕ່ມື້ກໍ່ຕັ້ງພັກ ຈົນຮອດທຸກວັນນີ້.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກບາງບັນຫາສໍາຄັນວ່າ: ຜົນຂອງກອງປະຊຸມສູນກາງພັກສະໄໝວິສາມັນເທື່ອນີ້, ນອກຈາກພວກເຮົາໄດ້ສຳຫຼວດກວດກາ, ທົບທວນຜົນສຳເລັດ ໃນການນໍາພາ-ຊີ້ນໍາຕະຫຼອດໄລຍະ 5 ປີຜ່ານມາ ລວມທັງການຕີລາຄາການນໍາພາ-ຊີ້ນໍາລວມໝູ່ຄະນະ ແລະ ສຳຫຼວດກວດກາບຸກຄົນໃນຄະນະບໍລິຫານງານສູນກາງພັກ ຢ່າງມີຄວາມຮັບຜິດຊອບສູງ, ມີປະຊາທິປະໄຕ, ເປີດເຜີຍ ແລະ ຖືກຕ້ອງຕາມກົດລະບຽບຂອງພັກເຮົາ; ຫວັງວ່າບັນດາສະຫາຍ ຈະຖືເອົາບັ້ນດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານສູນກາງພັກທ້າຍສະໄໝນີ້ ນໍາໄປເປັນບົດຮຽນ, ເປັນເຂັມທິດເຍືອງທາງ ໃຫ້ແກ່ແຕ່ລະສະຫາຍກຳມະການສູນກາງພັກ, ພວກເຮົາຕ້ອງສົ່ງເສີມຈຸດດີໃຫ້ເປັນກຳລັງແຮງ ແລະ ເວລາດຽວກັນ ຕ້ອງເດັດດ່ຽວແກ້ໄຂຈຸດອ່ອນ, ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງ ໃຫ້ໄດ້ ເພື່ອສືບຕໍ່ສ້າງພັກເຮົາ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນໃຈກາງຂອງແກນນໍາທົ່ວສັງຄົມ, ສືບຕໍ່ນໍາເອົາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ກ້າວໄປຢ່າງບໍ່ຢຸດຢັ້ງ. ນັບແຕ່ນີ້ໄປຈົນຮອດກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ຖືເປັນເວລາທີ່ເຕັມໄປດ້ວຍຄວາມເຄັ່ງຮ້ອນ, ພວກເຮົາຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ກໍຄືສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງອະນຸກໍາມະການຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດຢ່າງຈົບງາມ. ເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມສູນກາງຄັ້ງນີ້, ຈະສ້າງໄດ້ກໍາລັງແຮງໃໝ່ ແລະ ທ່ວງທ່າໃໝ່, ບັນຍາກາດໃໝ່ ເພື່ອຈະພ້ອມກັນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກນາໆປະການ ແລະ ສິ່ງທ້າທາຍຕ່າງໆ, ສ້າງບັນຍາກາດ ແລະ ກໍາລັງແຮງອັນໃໝ່ ເພື່ອກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາຢ່າງມີໄຊ.
ຜົນສໍາເລັດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ
