
ກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ໄດ້ໄຂຂຶ້ນ ແລະ ອັດລົງໃນຕອນເຊົ້າວັນທີ 15 ຕຸລາ 2025 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາພັກແຂວງ, ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ພ້ອມດ້ວຍການນໍາພັກ-ລັດ, ເລຂາ-ຮອງເລຂາພັກເມືອງ 7 ເມືອງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ແຂກເຊີນ, ຕະຫຼອດຮອດສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງເຂົ້າຮ່ວມ 108 ທ່ານ, ຍິງ 26 ທ່ານ; ໃນນັ້ນສະມາຊິກສະພາປະຊາຊົນແຂວງ 25 ທ່ານ, ຍິງ 9 ທ່ານ.

ກອງປະຊຸມໄດ້ດໍາເນີນເປັນເວລາ 1 ຕອນ, ດ້ວຍບັນຍາກາດທີ່ຮີບດ່ວນ ແລະ ຟົດຟື້ນ ດ້ວຍການເສີມຂະຫຍາຍສິດປະຊາທິປະໄຕ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການພິຈາ ລະນາ, ຮັບຮອງເອົາເນື້ອໃນສໍາຄັນພື້ນຖານຂອງແຂວງ ຢ່າງລະອຽດຖີ່ຖ້ວນ ດັ່ງນີ້:
I. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ ຊຸດທີ X ປະກອບມີ 11 ພະແນກ, 2 ກອງບັນຊາການ ແລະ 3 ອົງການທຽບເທົ່າພະແນກ ຄື:
1. ກອງບັນຊາການທະຫານແຂວງ;
2. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
3. ຫ້ອງວ່າການແຂວງ;
4. ພະແນກການຕ່າງປະເທດ;
5. ພະແນກຍຸຕິທໍາ;
6. ພະແນກສຶກສາທິການ ແລະ ກິລາ;
7. ພະແນກວັດທະນະທໍາ ແລະ ການທອງທ່ຽວ;
8. ພະແນກສາທາລະນະສຸກ;
9. ພະແນກການເງິນ;
10. ພະແນກກະສິກໍາ ແລະ ສິ່ງແວດລ້ອມ;
11. ພະແນກອຸດສາຫະກໍາ ແລະ ການຄ້າ;
12. ພະແນກໂຍທາທິການ ແລະ ຂົນສົ່ງ;
13. ພະແນກແຮງງານ ແລະ ສະຫວັດດີການສັງຄົມ;
14. ພະແນກເຕັກໂນໂລຊີ ແລະ ການສື່ສານ;
15. ອົງການພັດທະນາ ແລະ ບໍລິຫານຕົວເມືອງ;
16. ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.

II. ພິຈາລະນາ, ຮັບຮອງເອົາ ປະທານ-ຮອງປະທານ ແລະ ສະມາຊິກຄະນະກໍາມະການປົກຄອງແຂວງ ດັ່ງນີ້:
1. ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ເປັນປະທານຄະນະກໍາມະການປົກຄອງແຂວງ;
2. ທ່ານ ສຸຫວັດ ມະຫາວົງສະນັ່ນ ກໍາມະການປະຈໍາພັກແຂວງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ;
3. ທ່ານ ຄໍາແສງ ອາລີ ກໍາມະການປະຈໍາພັກແຂວງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ.
4. ທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກໍາມະການປະຈໍາພັກແຂວງ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງ;
5. ທ່ານ ພົນຈັດຕະວາ ຄໍາເຜີຍ ໂສມພັນ ເປັນຫົວໜ້າການທະຫານກອງບັນຊາການທະຫານແຂວງ;
6. ທ່ານ ພັນເອກ ດວງຈັນ ໄຊວຸດ ກໍາມະການພັກແຂວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
7. ທ່ານ ພິໄລທອງ ຈິດມະນີ ກໍາມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ;
8. ທ່ານ ຈໍາປາ ສີດາຄໍາ ເປັນຫົວໜ້າພະແນກການຕ່າງປະເທດ;
9. ທ່ານ ນາງ ວັນສີ ພວງມະໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກຍຸຕິທໍາ;
10. ທ່ານ ສົມສັກ ສຸພິໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາ;
11. ທ່ານ ນາງ ອໍາໄພວອນ ປັນຍາລັກ ກໍາມະການພັກແຂວງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທອງທ່ຽວ;
12. ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ກໍາມະການພັກແຂວງ ເປັນຫົວໜ້າພະແນກສາທາລະນະສຸກ;
13. ທ່ານ ປອ ສຸລິຍາ ສຸພິທັກ ກໍາມະການພັກແຂວງ ເປັນຫົວໜ້າພະແນກການເງິນ;
14. ທ່ານ ພິມມະເສນ ຄຸນສີລິວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ;
15. ທ່ານ ອາລຸນ ບຸນວິໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ;
16. ທ່ານ ສົມພາວັນ ສຸດຈະລິດ ກໍາມະການພັກແຂວງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ;
17. ທ່ານ ຄໍາສະພອນ ໄຊຍະວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ;
18. ທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ;
19. ທ່ານ ສຸດໃຈ ສຸດແສງເດືອນ ເປັນຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ;
20. ທ່ານ ນາງ ຈັນທະລາ ໄຊບຸນເຮື່ອງ ກໍາມະການພັກແຂວງ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.

III. ພິຈາລະນາ, ຮັບຮອງເອົາ ປະທານຄະນະກໍາມະການປົກຄອງເມືອງ 7 ເມືອງ ດັ່ງນີ້:
1. ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງໄຊ;
2. ທ່ານ ນິດ ໂພທິວັນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງຫຼາ;
3. ທ່ານ ວຽງໄຊ ຄໍາພະຈັນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງງາ;
4. ທ່ານ ຄໍາຈັນ ລາວຈືເບັງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງນາໝໍ້;
5. ທ່ານ ບຸນຊ່ວງ ຄໍາພູວົງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງແບງ;
6. ທ່ານ ວັນນິຄອນ ມິ່ງບຸບຜາ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງຮຸນ;
7. ທ່ານ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງປາກແບງ.

IV. ພິຈາລະນາ, ຮັບຮອງເອົາ ການສະເໜີແຕ່ງຕັ້ງ ປະທານສານປະຊາຊົນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນ ເຂດ I ແລະ ເຂດ II, ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ເຂດ II ດັ່ງນິ້:
1. ທ່ານ ຄໍາຜົງ ບັນເລືອງ ເປັນປະທານສານປະຊາຊົນແຂວງ;
2. ທ່ານ ທອງຄໍາ ສີຫາລາດ ເປັນປະທານສານປະຊາຊົນ ເຂດ I;
3. ທ່ານ ທະນູສອນ ລາວລີ ເປັນປະທານສານປະຊາຊົນ ເຂດ II;
4. ທ່ານ ນາງ ສົມຫວັງ ໄຊຍະຕິ ກໍາມະການພັກແຂວງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ;
5. ທ່ານ ບຸນປັນ ສຸຕິສັກ ເປັນຫົວໜ້າອົງການໄອຍະການປະຊາຊົນ ເຂດ I;
6. ທ່ານ ຫົງດາລາ ໄຊຍະວົງ ເປັນຫົວໜ້າອົງການໄອຍະການປະຊາຊົນ ເຂດ II.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ 5 ປີຜ່ານມາ(2021-2025) ແລະ ວິໄສທັດໃນການພັດທະນາ ແຂວງອຸດົມໄຊ 5 ປີຕໍ່ໜ້າ (2026-2030)ໂດຍສັງເຂບ; ການຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງສະພາປະຊາຊົນແຂວງ.
ໃນວາລະກ່າວອັດກອງປະຊຸມ, ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໄດ້ມີຄໍາເຫັນ: ກອງປະຊຸມມີຄວາມເຊື່ອໝັ້ນວ່າ ຄະນະກໍາມະການປົກຄອງແຂວງ ກໍ່ຄືບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ຮັບ ຮອງເອົາຄັ້ງນີ້ ຈະສຸ່ມໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດໝາຍ, ນໍາເອົາຄວາມຮູ້-ຄວາມສາມາດຂອງຕົນເຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍ່ຄືພັດ ທະນາແຂວງອຸດົມໄຊ ໃຫ້ບັນລຸຕາມທິດ 4 ໃຈກາງຢ່າງສະຫງ່າງາມ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.