ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX

ມ.ກ. 15, 2026

ການປະຕິບັດພາລະບົດບາດດ້ານນິຕິບັນຍັດ:
ປີ 2023 ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາບັນດາກົດໝາຍ ຈໍານວນທັງໝົດ 17 ສະບັບ, ໃນນີ້:
– ກົດໝາຍສ້າງໃໝ່ 5 ສະບັບ ຄື: 1. ກົດໝາຍວ່າດ້ວຍອາກອນທີ່ດິນ, 2. ກົດໝາຍວ່າດ້ວຍການຈັດຫາງານ, 3. ກົດໝາຍວ່າດ້ວຍ
ວຽກງານສາທາລະນະສຸກ, 4. ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ, 5. ກົດໝາຍວ່າດ້ວຍເຍົາວະຊົນລາວ;
– ກົດໝາຍປັບປຸງ 12 ສະບັບ ຄື: 1. ກົດໝາຍວ່າດ້ວຍການພິມຈໍາໜ່າຍ, 2. ກົດໝາຍວ່າດ້ວຍຊັບສິນທາງປັນຍາ, 3. ກົດໝາຍວ່າດ້ວຍສັດປ່າ, 4. ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, 5. ກົດໝາຍວ່າດ້ວຍສານທະຫານ, 6. ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, 7. ກົດໝາຍວ່າດ້ວຍການປິ່ນປົວ, 8. ກົດໝາຍວ່າດ້ວຍທະນາຄານທຸລະກິດ, 9. ກົດໝາຍວ່າດ້ວຍລະບົບຊໍາລະ, 10. ກົດໝາຍວ່າດ້ວຍການບັນຊີ, 11. ກົດໝາຍວ່າດ້ວຍຜູ້ພິພາກສາ, 12. ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະພາແຫ່ງຊາດ ໄດ້ຈັດປະເມີນການປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍຂົງເຂດຍຸຕິທໍາ ແລະ ກົດໝາຍຂົງເຂດສະພາແຫ່ງຊາດ ຈໍານວນ 11 ສະບັບ; ຄົ້ນຄວ້າການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໄດ້ຈໍານວນ 3 ຫົວຂໍ້ ຄື: ຄໍາວ່າ: “ພະນັກງານ” ຕາມປະມວນກົດໝາຍອາຍາ, “ພາກສ່ວນກ່ຽວຂ້ອງ” ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ, “ໂຮງແຮມ ແລະ ການບັນເທີງ” ຕາມດໍາລັດຂອງລັດຖະບານ; ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍທີ່ຕິດພັນກັບບັນຫາເຄັ່ງຮ້ອນຂອງສັງຄົມ ຜ່ານສື່ມວນຊົນຂອງສະພາແຫ່ງຊາດ ເພື່ອເຮັດໃຫ້ສັງຄົມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ; ລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ບັນດາກະຊວງ, ອົງການ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໄດ້ຈໍານວນ 3 ຫົວຂໍ້ ທີ່ພົວພັນກັບກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍຄອບຄົວ; ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ແລະ ອະນຸສັນຍາ ທີ່ ສປປລາວ ເປັນພາຄີ ຈໍານວນ 7 ສະບັບ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຂອງສະພາແຫ່ງຊາດ ຈໍານວນ 14 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.
ນອກນັ້ນ, ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ຢ່າງຄຶກຄື້ນ ຢູ່ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງການນໍາຂັ້ນສູງພັກ-ລັດ, ອະດີດການນໍາພັກ-ລັດ, ຕາງໜ້າຊາວນະຄອນຫຼວງວຽງຈັນ ແລະ ມີຜູ້ຊົມທີ່ຕິດຕາມຢູ່ທາງບ້ານ ເປັນຈໍານວນ 1.3 ລ້ານກວ່າຄົນ ແນໃສ່ເປັນການປຸກລະດົມ, ຂົນຂວາຍໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈກ່ຽວກັບລັດຖະທໍາມະນູນ, ກົດໝາຍ ທັງເປັນການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ນັບມື້ສູງຂຶ້ນ; ຈັດເຝິກອົບຮົມສຳມະນາໃນຫົວຂໍ້ຕ່າງໆ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 32 ຄັ້ງ; ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຕິດພັນກັບການລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 1,191 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 125,162 ຄົນ, ຍິງ 5,968 ຄົນ; ໄດ້ລະດົມການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ເປັນມູນຄ່າທັງໝົດ 1,026,747,000 ກີບ.