ຜົນງານການເຄື່ອນໄຫວວຽກງານປະຈໍາປີ 2021 ຂອງສະພາແຫ່ງຊາດ ຊຸດທີ IX

ທ.ວ. 23, 2025

ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:
ປີ 2021 ສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍ ກໍານົດ ໂດຍຜ່ານກົນໄກການດໍາເນີນກອງປະຊຸມຄັ້ງປະຖົມມະລືກ, ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນນີ້:
– ຮັບຮອງເອົາບັນດາເນື້ອໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ໂດຍສະເພາະການເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງລັດ ເຊິ່ງໄດ້ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດ 21 ສະບັບ;
– ຮັບຮອງເອົາບັນດາເນື້ອໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ໂດຍສະເພາະການກໍານົດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ບັນດາກົດໝາຍທີ່ພົວພັນກັບສອງວຽກງານດັ່ງກ່າວ ເຊິ່ງໄດ້ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດ 4 ສະບັບ;
– ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຂອງຕົນ ຈໍານວນ 7 ຄັ້ງ, ສາມາດພິຈາລະນາບັນດາເນື້ອໃນສໍາຄັນ ທັງໝົດ 138 ຫົວຂໍ້ ເຊິ່ງໄດ້ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ທັງໝົດ 32 ສະບັບ.