ຜົນງານການເຄື່ອນໄຫວວຽກງານປະຈໍາປີ 2021 ຂອງສະພາແຫ່ງຊາດ ຊຸດທີ IX

ທ.ວ. 18, 2025

ການປະຕິບັດພາລະບົດບາດດ້ານນິຕິບັນຍັດ:
ປີ 2021 ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາກົດໝາຍສະບັບປັບປຸງ ຈໍານວນ 2 ສະບັບ ຄື:
– ກົດໝາຍວ່າດ້ວຍຢາເສບຕິດ;
– ກົດໝາຍວ່າດ້ວຍການປັບປຸງບາດມາດຕາຂົງເຂດການເງິນ (ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້).
ສະພາແຫ່ງຊາດ ເອົາໃຈໃສ່ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໄດ້ຈໍານວນ 3 ມາດຕາ ກວມເອົາກົດໝາຍ 3 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍຄອບຄົວ; ຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ໄດ້ຈຳນວນ 2 ສະບັບ ຄື: ສົນທິສັນຍາວ່າດ້ວຍການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ແລະ ອະນຸສັນຍາກ່ຽວກັບຂໍ້ແນະນໍາຂອງອົງການແຮງງານສາກົນ. ນອກນັ້ນ, ຍັງໄດ້ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ເປົ້າໝາຍ ແລະ ເຂດເລືອກຕັ້ງຕ່າງໆ ທັງໝົດ 338 ຈຸດ ເຊິ່ງມີຜູ້ເຂົ້າຮ່ວມ 28,167 ຄົນ, ຍິງ 10,609 ຄົນ.