ການເຄື່ອນໄຫວວຽກງານການຕ່າງປະເທດ:
ປີ 2025 ສະພາແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມພົບປະ ແລະ ແລກປ່ຽນບົດຮຽນກັບບັນດາລັດຖະສະພາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ ຈຳນວນ 38 ຄະນະ; ເຂົ້າຮ່ວມກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ ຈໍານວນ 24 ຄັ້ງ; ເປັນເຈົ້າພາບຈັດກອງປະຊຸມລັດຖະສະພາພາກພື້ນ ຢູ່ ສປປລາວ 2 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະສະພາຕ່າງປະເທດ, ຄະນະມິດຕະພາບລັດຖະສະພາຕ່າງໆ ລວມທັງທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ແຂກຕ່າງປະເທດ ທີ່ມາຢ້ຽມຢາມພົບປະ ແລະ ເຮັດວຽກຢູ່ ສປປລາວ ທັງໝົດຈຳນວນ 40 ຄະນະ; ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ-ສາກົນ ຈໍານວນ 9 ຄັ້ງ.
ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX
