ການປະຕິບັດພາລະບົດບາດດ້ານນິຕິບັນຍັດ:
ປີ 2024 ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາບັນດາກົດໝາຍ ຈໍານວນທັງໝົດ 18 ສະບັບ, ໃນນີ້:
– ກົດໝາຍສ້າງໃໝ່ 4 ສະບັບ ຄື: 1. ກົດໝາຍວ່າດ້ວຍສະຫະກອນ, 2. ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ, 3. ກົດໝາຍວ່າດ້ວຍທີ່ຢູ່ອາໄສ, 4. ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ;
– ກົດໝາຍປັບປຸງ 14 ສະບັບ ຄື: 1. ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 2. ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 3. ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 4. ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5. ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 6. ກົດໝາຍວ່າດ້ວຍການທ່ອງທ່ຽວ, 7. ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອດຈ໌ໄອວີ/ພະຍາດເອດ, 8. ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 9. ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປລາວ, 10. ກົດໝາຍວ່າ ດ້ວຍການສຶກສາ, 11. ກົດໝາຍວ່າດ້ວຍການກວດສອບອິດສະຫຼະ, 12. ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, 13. ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, 14. ກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ.
ສະພາແຫ່ງຊາດ ໄດ້ດໍາເນີນການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 ໃນຂອບເຂດທົ່ວປະເທດ ເຊິ່ງຜູ້ເຂົ້າຮ່ວມທັງໝົດ 13,039 ຄົນ, ຍິງ 2,290 ຄົນ; ຄົ້ນຄວ້າຕີຄວາມໝາຍຂອງກົດໝາຍ ຈໍານວນ 2 ຫົວຂໍ້ ຄື: ປະມວນກົດໝາຍແພ່ງ ກ່ຽວກັບການຈົດທະບຽນການແຕ່ງດອງ; ປະມວນກົດໝາຍອາຍາ ກ່ຽວກັບການຄິດໄລ່ດອກເບ້ຍສູງ; ພິຈາລະນາໃຫ້ສັດຕະຍາບັນແກ່ການຮັບຮູ້ເຊິ່ງກັນແລະກັນດ້ານມາດຕະຖານຜະລິດຕະພັນຍານພາຫະນະອາຊຽນ, ລົງນາມບົດບັນທຶກການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບສະພາແຫ່ງຊາດເບລາຣຸດຊີ, ກູບາ ແລະ ມົງໂກລີ.
ນອກນັ້ນ, ໄດ້ດໍາເນີນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ; ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃນຂົງເຂດຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈຳນວນ 7 ຄັ້ງ ເຊິ່ງມີຜູ້ເຂົ້າຮ່ວມ 289 ຄົນ, ຍິິງ 97 ຄົນ ແລະ ເຂດເລືອກຕັ້ງທົ່ວປະເທດ ຈໍານວນ 58 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 6,342 ຄົນ, ຍິງ 2,576 ຄົນ ຕິດພັນກັບການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 2,052 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 206,557 ເທື່ອຄົນ, ຍິງ 82,877 ເທື່ອຄົນ ແລະ ໄດ້ລະດົມການຊ່ວຍເຫຼືອດ້ານວັດຖຸເຄື່ອງໃຊ້ຕ່າງໆ ໃຫ້ແກ່ປະຊາຊົນ ລວມເປັນມູນຄ່າທັງໝົດ 1,733,371,000 ກີບ.

