ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX

ມ.ກ. 22, 2026

ການປະຕິບັດພາລະບົດບາດ ດ້ານການຕິດຕາມກວດກາ:
ປີ 2023 ສະພາແຫ່ງຊາດ ປະຕິບັດພາລະບົດບາດຕິດຕາມກວດກາ ໄດ້ທັງໝົດຈໍານວນ 32 ຄັ້ງ ເຊິ່ງກວມເອົາຫົວຂໍ້ພົ້ນເດັ່ນທີ່ພົວພັນກັບການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ການຜັນຂະຫຍາຍເນື້ອໃນກົດໝາຍ ທີ່ເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບຄວາມຄືບໜ້າໃນການປະຕິບັດສອງວາລະແຫ່ງຊາດ, ການຊົດເຊີຍຜົນກະທົບຈາກການລົງທຶນຂອງລັດ ແລະ ວຽກງານອື່ນ. ພ້ອມກັນນັ້ນ, ດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ 2 ຄັ້ງ ເຊິ່ງໄດ້ພິຈາລະນາເນື້ອໃນ ຈໍານວນ 15 ຫົວຂໍ້; ດໍາເນີນກອງປະຊຸມຮ່ວມ ກັບອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ;
ສະພາແຫ່ງຊາດ ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ລວມທັງຄ້າງມາ ມີທັງໝົດຈໍານວນ 951 ເລື່ອງ, ສາມາດພິຈາລະນາ ແລະ ສົ່ງໃຫ້ພາກສ່ວນຕ່າງໆ ໄດ້ຈໍານວນ 441 ເລື່ອງ, ຮັບຕ້ອນ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ໄດ້ຈຳນວນ 225 ຄັ້ງ; ສັງລວມຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຈໍານວນ 1,509 ສາຍ ແລະ ສາມາດສັງລວມເອົາບັນຫາເນື້ອໃນຕ່າງໆ ໄດ້ຈໍານວນ 767 ເນື້ອໃນ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ຈໍານວນ 63 ພາກສ່ວນ; ກະຊວງ-ອົງການ ໃຫ້ການຊີ້ແຈງຕໍ່ຄໍາຊັກຖາມ ຢູ່ກອງປະຊຸມສະພາແຫ່ງຊາດ ຈໍານວນ 38 ຄໍາຖາມ ເຊິ່ງບັນດາເນື້ອໃນພົ້ນເດັ່ນແມ່ນບັນຫາການເໜັງຕີງຂອງສິນຄ້າ, ອັດຕາແລກປ່ຽນ, ການຜະລິດສິນຄ້າທົດແທນການນໍາເຂົ້າ.