(ສພຊ) – ວັນທີ 6 ສິງຫານີ້, ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຄະ ນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຕໍ່ກອງປະ ຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີບັນດາຜູ້ແທນສົມບູນ, ພະນັກງານປະຕິວັດອາວຸໂສບຳນານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ ໃຫ້ຮູ້ວ່າ: ອີງຕາມຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະ ຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ໃນວັນທີ 5 ສິງຫາ ມີດັ່ງ ນີ້: ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ເຝິກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາ ຊິກພັກ, ນາຍ ແລະ ພົນຕຳຫຼວດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຄະນະບໍລິຫານງານພັກຊຸດນີ້ ສ່ວນໃຫຍ່ແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີມາກ-ເລນິນ ທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ແມ່ນຈົບຊັ້ນສູງຂຶ້ນໄປ.

ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 9 ສະຫາຍ, ຍິງ 1 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:

1. ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ
2. ສະຫາຍ ພົທ. ຄໍາກິ່ງ ຜຸຍຫຼ້າມະນີວົງ
3. ສະຫາຍ ພົຕ. ສຸລິນະ ແກ້ວປະເສີດ
4. ສະຫາຍ ພົຈວ. ນາງ ລີວົງ ລາວລີ
5. ສະຫາຍ ພົຈວ. ໜູຈອນ ກ້ອນທອງດໍາ
6. ສະຫາຍ ພົຈວ. ຄອນສະຫວັນ ສົມພາໄຊ
7. ສະຫາຍ ພົຈວ. ແອນ ອຸ່ນອານົງນຸດ
8. ສະຫາຍ ພົຈວ. ກອງສະຫວັດ ບຸນລ້ຽງ
9. ສະຫາຍ ພົຈວ. ປອ. ສີສົມໄຊ ແກ້ວບຸນພັນ
ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1. ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ
2. ສະຫາຍ ພົທ. ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາຄະນະພັກ
3. ສະຫາຍ ພົຕ. ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ
ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1. ສະຫາຍ ພົຈວ. ນາງ ລີວົງ ລາວລີ ເປັນປະທານກວດກາພັກ
2. ສະຫາຍ ພົຈວ. ຊາຍຄອງ ເພັດຊະວົງ ເປັນຮອງປະທານກວດກາພັກ
3. ສະຫາຍ ພັອ. ສຸພັນທອງ ໄຄ້ຍະວົງ ເປັນຮອງປະທານກວດກາພັກ
4. ສະຫາຍ ພັອ. ສຸວັນ ທອງຈະເລີນ ເປັນຮອງປະທານກວດກາພັກ
ການເລືອກເອົາອົງການນໍາສູງສຸດຂອງພັກ ເຊິ່ງເປັນຕົວແທນສະມາຊິກພັກທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບໃນເທື່ອນີ້ ໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມ ຕາມການນໍາພາ-ຊີ້ນໍາອັນໜັກແໜ້ນຂອງພັກ.
(ເພຈ: ຄວາມສະຫງົບ Lao Security News)