

ເພື່ອເຮັດໃຫ້ການເລືອກຕັ້ງໄດ້ດຳເນີນໄປຕາມແຕ່ລະບາດກ້າວ ໃນວັນທີ 16 ກຸມພາ 2026 ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X(ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V(ສສຂ) ລົງສະເໜີຕົວພົບປະພະນັກງານຫລັກແຫລ່ງຂອງເມືອງ ແລະ ປະຊາຊົນ ຢູ່ສະໂມສອນເມືອງວຽງພູຄາ, ຕາແສງນ້ຳຟ້າ ແລະ ຕາແສງວຽງສະຫວ່າງ ແຂວງຫລວງນ້ຳທາ ໂດຍໃຫ້ກຽດເຂົ້າຮ່ວມມີ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ການນໍາຂອງແຂວງ, ການນໍາຂອງເມືອງ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ປະຈຳເມືອງວຽງພູຄາ, ພະນັກງານຫລັກແຫລ່ງ, ສອງກໍາລັງ ປກຊ-ປກສ ເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວໜ້າອະນຸກຳມະການບຸກຄະລາກອນເລືອກຕັ້ງຂັ້ນແຂວງ ໄດ້ລາຍງານຄຸນລັກສະນະ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງວຽງພູຄາເຊິ່ງທ່ານໃຫ້ຮູ້ວ່າຈຳນວນຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ຜູ້ຮັບສະໝັກມາຈາກສູນກາງ 2 ທ່ານ, ຍິງ 1 ທ່ານ, ຜູ້ຮັບສະໝັກຈາກທ້ອງຖິ່ນ 8 ທ່ານ, ຍິງ 2 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງລອງ ມີຈໍານວນ 7 ທ່ານ, ຍິງ 1 ທ່ານ, ເລືອກເອົາ 5 ທ່ານ, ຜູ້ຮັບສະໝັກຈາກເມືອງວຽງພູຄາ 5 ທ່ານ, ຍິງ 2 ທ່ານ, ຈາກແຂວງ 2 ທ່ານ, ຍິງ 1 ທ່ານ, ຊຶ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວແຂວງຫຼວງນໍ້າທາ ທັງໝົດ ຈໍານວນ 215.902 ຄົນ, ຍິງ 105.069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຜ່ານມາແມ່ນເພີ່ມຂື້ນ 15%, ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%. ພ້ອມນັ້ນ ຜູ້ລົງຮັບສະມັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງວຽງພູຄາ ໄດ້ຂື້ນສະເໜີຕົວຕາມປະຫວັດການເຄື່ອນໄຫວຂອງຕົນ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ທີ່ຈະເລືອກເອົາເປັນຕົວແທນຂອງປະຊາຊົນບັນດາເຜົ່າ.
ຂ່າວ ວັນນີ ແຝງບົວວັນ
