ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໂຄສະນາຫາສຽງຢູ່ 4 ເມືອງ ແຂວງສະຫວັນນະເຂດ

ກ.ພ. 16, 2026

(ສພຊ) – ວັນທີ 11-14 ກຸມພານີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຊຸດທີ X ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນເເຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ຊຸດທີ V ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງພະລານໄຊ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາຈັງໄຕ, ເມືອງອາດສະພັງທອງ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາຈານ, ເມືອງອາດສະພອນ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາໝາກເກືອ, ເມືອງໄຊບູລີ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານເວີນ ໂດຍມີອຳນາດການປົກຄອງເມືອງ, ພະນັກງານຫຼັກແຫຼ່ງ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຈຳນວນ 28 ທ່ານ ຍິງ 7 ທ່ານ, ເລືອກເອົາ 21 ທ່ານ ໃນນັ້ນ, ອາຍຸແຕ່ 45 ປີລົງມາ ມີ 6 ທ່ານ ຍິງ 1 ທ່ານ, 46-55 ປີ ມີ 14 ທ່ານ ຍິງ 4 ທ່ານ, 56-60 ປີ ມີ 5 ທ່ານ ຍິງ 1 ທ່ານ, 61 ປີຂຶ້ນໄປ ມີ 3 ທ່ານ ຍິງ 1 ທ່ານ; ເຜົ່າລາວ 27 ທ່ານ ຍິງ 7 ທ່ານ ແລະ ເຜົ່າບຣູ 1 ທ່ານ; ລະດັບວິຊາສະເພາະ ຊັ້ນປະລິນຍາຕີ 4 ທ່ານ ຍິງ 3 ທ່ານ, ປະລິນຍາໂທ 17 ທ່ານ ຍິງ 3 ທ່ານ ແລະ ປະລິນຍາເອກ 7 ທ່ານ ຍິງ 1 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງຂອງທັງ 4 ເມືອງ ເມືອງລະ 7 ທ່ານ, ເລືອກເອົາ 5 ທ່ານ.
ເມືອງພະລານໄຊ ມີພົນລະເມືອງ 48,128 ຄົນ ຍິງ 23,911 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 30,350 ຄົນ ຍິງ 15,610 ຄົນ, ທົ່ວເມືອງມີ 31 ໜ່ວຍປ່ອນບັດ; ເມືອງອາດສະພັງທອງ ມີພົນລະເມືອງ 52,197 ຄົນ ຍິງ 25,872 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 33,352 ຄົນ ຍິງ 16,959 ຄົນ, ທົ່ວເມືອງມີ 47 ໜ່ວຍປ່ອຍບັດ; ເມືອງອາດສະພອນ ມີພົນລະເມືອງ 68,648 ຄົນ ຍິງ 35,028 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 42,890 ຄົນ ຍິງ 21,390 ຄົນ, ທົ່ວເມືອງມີ 80 ໜ່ວຍປ່ອນບັດ; ເມືອງໄຊບູລີ ມີພົນລະເມືອງ 70,030 ຄົນ ຍິງ 34,862 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 45,305 ຄົນ ຍິງ 23,056 ຄົນ, ທົ່ວເມືອງມີ 52 ໜ່ວຍປ່ອຍບັດ.

(ກົງທະນູຄຳ ພິພັດເສລີ)