ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ

ກ.ພ. 6, 2026

(ສພຊ) – ພິທີໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຊຸດທີ X ຈັດຂຶ້ນວັນສຸກທີ 6 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີຜູ້ມີສິດປ່ອນບັດເລືອກຕັ້ງທີ່ເປັນການນຳ ແລະ ພະນັກງານຫຼັກແຫຼ່ງ ຈາກບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ, ຄະນະກຳມະການ ແລະ ອະນຸກຳມະການເລືອກຕັ້ງລະດັບຊາດ ແລະ ນວ, ພະແນກການ ແລະ ອົງການທຽບເທົ່າ ອ້ອມຂ້າງ, ນັກທຸລະກິດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການລົງພົບປະ ແລະ ແນະນໍາຕົວຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 1 ຄັ້ງນີ້ ເປັນການຈັດຕັ້ງປະຕິບັດຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງ ມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ໂດຍແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ທັງເປັນການສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນແລະກັນ ກ່ອນການເລືອກຕັ້ງ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານຄົບຖ້ວນກວ່າໝູ່ເຂົ້າໃນສະພາແຫ່ງຊາດ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນດາເຜົ່າ.
ໂອກາດນນີ້, ບັນດາຜູ້ສະໝັກຮັບເລືອກຕັ້ງ ກໍໄດ້ຜັດປ່ຽນກັນແນະນໍາຕົວ ພ້ອມທັງສະເໜີປະຫວັດຫຍໍ້ຂອງຕົນຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ.
ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 25 ທ່ານ ເປັນຍິງ 7 ທ່ານ, ເລືອກເອົາ 19 ທ່ານ; ການປ່ອນບັດເລືອກຕັ້ງ ແມ່ນຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026.