ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 9 ໂຄສະນາຫາສຽງຢູ່ 10 ຈຸດ

ກ.ພ. 22, 2026

(ສພຊ) – ວັນທີ 16-20 ກຸມພານີ້, ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງຊຽງຂວາງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ (ສສຊ) ຊຸດທີ X ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກ ຢູ່ 10 ຈຸດ ຄື: ສະໂມສອນເມືອງຄູນ, ສະໂມສອນກຸ່ມງານ, ຫ້ອງການກຸ່ມຄັງວຽງ, ສະໂມສອນເມືອງໝອກ, ຫ້ອງການບ້ານກຸ່ມສົມບູນ, ສະໂມສອນເມືອງຜາໄຊ, ສະໂມສອນເມືອງແປກ, ສະໂມສອນກຸ່ມທົ່ງໄຫບ້ານລາດງ່ອນ, ຫ້ອງປະຊຸມຫ້ອງວ່າການແຂວງ ແລະ ຫ້ອງການກຸ່ມລາດຮ້ວງ ໂດຍການຕ້ອນຮັບຂອງທ່ານ ບົວເງິນ ຫຸມໄຊຍະແພງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ເຊິ່ງເພດຍິງກວມເອົາ 30%, ມາຈາກສູນກາງ 2 ທ່ານ, ມາຈາກແຂວງ 8 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ທົ່ວແຂວງມີ 432 ໜ່ວຍປ່ອນບັດ, ມີຈໍານວນພົນລະເມືອງ 613,848 ຄົນ ຍິງ 170,177 ຄົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ມີ 172,780 ຄົນ ຍິງ 82,797 ຄົນ.
ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ໄດ້ຜັດປ່ຽນກັນສະເໜີຕົວ ນັບແຕ່ນ້ຳເບີ 1-10 ຕາມລຳດັບ ແລະ ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.

(ນາງ ອາລິນ ສຸພິມມະປະດິດ)