

(ສພຊ) ກອງປະຊຸມປຶກສາຫາລື ການສ້າງຄຳຖາມ, ຄຳຕອບ ໃນການສຳພາດບັນດາທ່ານປະທານ-ຮອງປະທານກຳມາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ ເພື່ອອອກລາຍການ “ກົດໝາຍເພື່ອປະຊາຊົນ” ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມຊັ້ນ 5 (ຕຶກຄະນະເລຂາທິການ ສະພາແຫ່ງຊາດ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ, ຫົວໜ້າຄະນະຈັດທຳລາຍການ “ກົດໝາຍເພື່ອປະຊາຊົນ” ເຂົ້າຮ່ວມມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ທີ່ຂຶ້ນກັບບັນດາກຳມາທິການ, ສະຖາບັນ ທີ່ຮັບຜິດຊອບກ່ຽວກັບວຽກງານນິຕິກຳຂອງແຕ່ລະພາກສ່ວນ.


ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳເຫັນ ກ່ຽວກັບການຈັດທຳລາຍການ “ກົດໝາຍເພື່ອປະຊາຊົນ” ເຊິ່ງໄດ້ເຫັນດີເປັນເອກະພາບ ແລະ ຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະຈັດທຳລາຍການ ທີ່ສ້າງລາຍການນີ້ຂຶ້ນ ເພື່ອໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດເວົ້າລວມ, ເວົ້າສະເພາະ ພາລະບົດບາດຂອງແຕ່ລະກຳມາທິການ ທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ.

ລາຍການ “ກົດໝາຍເພື່ອປະຊາຊົນ” ແມ່ນລາຍການໃໝ່ຂອງສະພາແຫ່ງຊາດ ອອກອາກາດທຸກໆວັນອັງຄານ ເວລາ 11:40-11:55 ໂມງ ແລະ 18:00-18:15 ໂມງ ທາງສະຖານີໂທລະພາບແຫ່ງຊາດລາວຊ່ອງ 3.
(ຂ່າວ: ກົງທະນູຄຳ, ພາບ: ອານຸສອນ)