ປຶກສາຫາລື ກ່ຽວກັບການສ້າງແຜນ ແລະ ການຈັດສັນງົບປະມານໃສ່ໂຄງການລົງທຶນຂອງລັດ ປີ 2023 ຮູບແບບທາງໄກ.

ພ.ຈ. 21, 2022

ຕອນເຊົ້າຂອງວັນສຸກ, ວັນທີ 18 ພະຈິກ 2022 ກົມແຜນການ ແລະ ການລົງທຶນສະພາແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນ ແລະ ການຈັດສັນງົບປະມານໃສ່ໂຄງການລົງທຶນຂອງລັດ ປີ 2023 ຮູບແບບທາງໄກ, ໂດຍການເປັນປະທານຂອງທ່ານ ປອ. ສາຍທອງ ພົມມະວົງ ກົມແຜນການ ແລະ ການລົງທຶນສະພາແຫ່ງຊາດ ມີປະທານ-ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ 18 ໃນຂອບເຂດທົ່ວປະເທດ. ສໍາລັບສະພາປະຊາຊົນແຂວງອຸດົມໄຊ ໂດຍມີທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ-ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ມີຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຕິດຕາມກວດກາ ການສ້າງແຜນ ແລະ ການຈັດສັນງົບປະມານໃສ່ໂຄງການລົງທຶນຂອງລັດ ປີ 2023 ຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ໃນຂອບເຂດທົ່ວປະເທດ.
ຫຼັງຈາກນັ້ນ, ຜູແທນເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໃນຕອນທ້າຍປະທານໄດ້ມີຄໍາເຫັນສະຫຼຸບ ແລະ ປິດກອງປະຊຸມ.
(📸✍: ແສງພອນ ອິນນະລົງ).