(ສພຊ) – ວັນຈັນທີ 8 ທັນວາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີປາຖະກະຖາວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975-2/12/2025) ໂດຍການປາຖະກະຖາຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການ, ຄະນະເລຂາທິການ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີກະຊວງ-ອົງການອ້ອມຂ້າງສູນກາງ ພ້ອມດ້ວຍຄະນະກົມ, ຄະນະພະແນກ ຕະຫຼອດຮອດພະນັກງານຈາກກະຊວງ-ອົງການ ແລະ ສພຊ ເຂົ້າຮ່ວມ 400 ກວ່າຄົນ.
ຈຸດປະສົງເພື່ອທົບທວນຄືນມູນເຊື້ອການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງ ສປປລາວ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ແລະ ປະຕິບັດ 3 ພາລະບົດບາດຂອງ ສພຊ ແລະ ສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິໄປໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ເພື່ອໂຄສະນາປຸກ ລະດົມໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍຄວາມສຳຄັນຂອງສະພາແຫ່ງຊາດ ຖືເອົາໂອກາດນີ້ ສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ-ພະນັກງານ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີ ແລະ ຍູ້ແຮງບົດບາດການນໍາພາຂອງພັກ; ຖືເອົາການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ ເປັນການປຸກລະດົມນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທັງເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດ, ການຈັດຕັ້ງ ມອບໝາຍໃຫ້ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ.
ໃນພິທີ, ໄດ້ຮັບຊົມຮູບເງົາການເຄື່ອນໄຫວຂອງສະພາແຫ່ງຊາດ ຕະຫຼອດໄລຍະ 50 ປີຜ່ານມາ; ຈາກນັ້ນ, ໄດ້ຮັບຟັງການຫວນຄືນມູນເຊື້ອຂະບວນປະຕິວັດ ແລະ ຄວາມໝາຍສໍາຄັນຂອງການສ້າງຕັ້ງສະພາແຫ່ງຊາດ.
(ນາງ ອາລິນ ສຸພິມມະປະດິດ)

