ປະທານສະພາແຫ່ງຊາດ ໃຊ້ສິດປ່ອນບັດຢູ່ໜ່ວຍເລືອກຕັ້ງທີ 23 ວັດສີບຸນເຮືອງ

ກ.ພ. 22, 2026

(ສພຊ) – ວັນທີ 22 ກຸມພານີ້, ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ ໃນນີ້, ທີ່ໜ່ວຍເລືອກຕັ້ງທີ 23 ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ວັດສີບຸນເຮືອງ, ເມືອງຈັນທະບູລີ), ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ເຂົ້າໃນອົງການອຳນາດລັດສູງສຸດ, ໃຫ້ການຕ້ອນຮັບໂດຍທ່ານ ສີລິລາດທົງສິນ ທອງເພັງ ຮອງເລຂາພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ການປ່ອນບັດໃນຄັ້ງນີ້, ບໍ່ພຽງເປັນການປະຕິບັດພັນທະຂອງພົນລະເມືອງຕາມລັດຖະທຳມະນູນເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ, ຄວາມສາມັກຄີຮັກຊາດຂອງປວງຊົນລາວທັງຊາດ, ການປັບປຸງກົງຈັກລັດ ເພື່ອຄັດເລືອກເອົາບຸກຄະລາກອນທີ່ມີມາດຕະຖານ, ເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດສິນທຳປະຕິວັດ ເຂົ້າໄປປະຕິບັດໜ້າທີ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນດາເຜົ່າ ທັງແມ່ນຂີດໝາຍສໍາຄັນໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນກວ່າເກົ່າ.
ບັນຍາກາດການປ່ອນບັດເລືອກຕັ້ງຢູ່ວັດສີບຸນເຮືອງ ແມ່ນມີຄວາມເປັນລະບຽບຮຽບຮ້ອຍ, ມີພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ຈໍານວນ 582 ຄົນ ຍິງ 327 ຄົນ ໄດ້ມາລໍຖ້າໃຊ້ສິດແຕ່ເຊົ້າດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາໃຊ້ສິດເລືອກເອົາຕົວແທນທີ່ດີເຂົ້າສູ່ສະພາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເປັນເຈົ້າການຊ່ວຍແກ້ໄຂບັນຫາຕ່າງໆ ແລະ ລົງໃກ້ຊິດຕິດແທດເພື່ອເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ພົນລະເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ພ້ອມກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພົນລະເມືອງທຸກຄົນ ຈົ່ງຍົກສູງຄວາມຮັບ ຜິດຊອບໃນການຕິດຕາມກວດກາການປະຕິບັດໜ້າທີ່ຂອງຕົວແທນທີ່ຕົນເລືອກໄປນັ້ນ ວ່າໄດ້ປະຕິບັດໜ້າທີ່ຢ່າງເຕັມທີ່ສົມກັບການເລືອກໃຫ້ເປັນຕົວແທນຂອງປະຊາຊົນ.

(ພາບ-ຂ່າວ: ແກ້ວ ອຸເພັດ)