(ສພຊ) ໃນວັນທີ 24 ມີນາ 2023 ນີ້, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ໄຟຟ້ານໍ້າເທີນ1 ຈໍາກັດ ຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ.
![](https://na.gov.la/wp-content/uploads/2023/03/337532257_1206052860048260_3549218349667487220_n.jpeg)
ໂອກາດດັ່ງກ່າວ ຄະນະ ໄດ້ຮັບຟັງການລາຍງານວຽກງານໂຄງການເຂື່ອນໄຟຟ້ານໍ້າເທີນ1 ໂດຍຫຍໍ້. ຈາກນັ້ນ, ຄະນະຕິດຕາມ ໄດ້ມີຄໍາຖາມເຈາະຈີ້ມ ແລະ ແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນ ແລະ ກັນ.
![](https://na.gov.la/wp-content/uploads/2023/03/337430593_240555345037326_2776821971152441366_n.jpeg)
ຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນ ເພື່ອໃຫ້ທິດຊີ້ນໍາຕໍ່ບໍລິສັດດັ່ງກ່າວ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດບັນດາກິດຈະກຳຂອງບໍລິສັດດັ່ງກ່າວ ແລະ ມີຄໍາເຫັນເນັ້ນຕໍ່ບໍລິສັດ ເອົາໃຈໃສ່ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ, ການສ້າງວຽກເຮັດງານທຳ, ການທ່ອງທ່ຽວ, ການສ້າງບຸກຄະລາກອນສືບທອດ.
![](https://na.gov.la/wp-content/uploads/2023/03/337051117_1685017691917339_966011702772124772_n.jpeg)
![](https://na.gov.la/wp-content/uploads/2023/03/337814167_609585574356148_2580013797118684477_n.jpeg)