loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ສະລາວັນ

​ກ.ກ. 23, 2018 | ຂ່າວກອງປະຊຸມ

(ສພຊ) ລະຫວ່າງວັນທີ 11-14 ກໍລະກົດ 2018 ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນ ກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງສະລາວັນ, ເຊິ່ງໄດ້ຮັບຟັງການ ລາຍງານໂດຍສັງເຂບຈາກທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆສາລະວັນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ຕິດພັນກັບການຜັນຂະຫຍາຍມະຕິ VIII ຂອງອົງຄະນະພັກ ແຂວງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2018 ແລະ ບັນດາ ແຜນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານອື່ນໆ.

ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍບັນດາແຜນພັດທະນາ ແລະ ແຜນງົບປະມານຂອງທ້ອງຖິ່ນ ເຊິ່ງໃນ 6 ເດືອນຕົ້ນປີ ສາມາດຍາດໄດ້ຜົນສຳເລັດເບື້ອງຕົ້ນ ເຖິງວ່າຈະບໍ່ສຳເລັດ ຮ້ອຍສ່ວນຮ້ອຍ ແຕ່ເຫັນວ່າມີຄວາມຄືບໜ້າ ທີ່ຈະເປັນພື້ນຖານໃຫ້ແກ່ແຂວງ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຜນ 6 ເດືອນທ້າຍປີ ໃຫ້ສໍາເລັດຕາມແຜນ ເຊິ່ງໄດ້ຢັ້ງຢືນວ່າ ແຂວງສາລະວັນ ເປັນແຂວງທີ່ມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ, ເປັນປັດໄຈຕົ້ນຕໍ ເປັນເງື່ອນໄຂພື້ນຖານ ເຮັດໃຫ້ປະຊາຊົນມີຄວາມອຸ່ນອຽນໃນການທຳມາ ຫາກິນ ກາຍເປັນລາຍຮັບຂອງແຂວງ, ເຮັດໃຫ້ ຜູ້ປະກອບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນເຂົ້າ ມາລົງທຶນ; ພິເສດແມ່ນການຈັດກອງປະຊຸມຮ່ວມ ກັບບັນດາແຂວງຂອງປະເທດ ເພື່ອນບ້ານທີ່ມີຊາຍແດນ ຕິດກັບ ແຂວງສະລາວັນ ຢ່າງເປັນປົກກະຕິ ເຮັດໃຫ້ຊາຍແດນ ຂອງ ພວກເຮົາກັບເພື່ອນບ້ານ ມີຄວາມສະຫງົບ.  ໃຫ້ເອົາໃຈ ໃສ່ຂຸດຄົ້ນທຸກແຫຼ່ງລາຍຮັບພາຍໃນແຂວງ ທີ່ມີກຳລັງບົ່ມຊ້ອນໃນປັດຈຸບັນ ເຊິ່ງລາຍຮັບຂອງແຂວງໄດ້ເພີ່ມຂຶ້ນເປັນ ກວ່າ 40% ທຽບໃສ່ຊຸມປີ ຜ່ານມາ ແມ່ນມີການເພີ່ມຂຶ້ນເປັນການຢັ້ງຢືນເຖິງ ການຕັດສິນໃຈການແກ້ໄຂຄວາມ ຫຍຸ້ງຍາກ; ການຜະລິດສິນຄ້າ ມີຄວາມຟົດຟື້ນ ສະແດງອອກມູນຄ່າຂອງການສົ່ງອອກສິນຄ້າແມ່ນຫຼາຍ ກວມເຖິງ 90% ຂອງແຜນການໝົດປີ. ນອກຈາກນີ້, ທ່ານປະທານສະພາແຫ່ງຊາດ ຍັງໄດ້ໃຫ້ທິດຊີ້ນຳໃນການແກ້ໄຂບັນຫາ ອື່ນໆ ທີ່ຍັງມີຂໍ້ຄົງຄ້າງ ໃນໄລຍະຜ່ານມາ.

ທ່ານ ປະທານສະພາແຫ່ງຊາດ ຍັງໄດ້ເຮັດວຽກກັບ ສະພາປະຊາຊົນແຂວງສາລະວັນ ເຊິ່ງໄດ້ຮັບຟັງ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເປັນຕົ້ນພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ຕົກລົງບັນຫາສຳຄັນພື້ນຖານ ຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະກົ ດໝາຍຂອງບັນດາອົງການລັດ ຂັ້ນທ້ອງ ຖິ່ນໂດຍຜ່ານການເຄື່ອນໄຫວວຽກງານ ມີດ້ານດີ ແລະຈຸ ດອ່ອນ-ຂໍ້ຄົງຄ້າງ, ມີທິດທາງ ແລະ ມາດຕະ ການໃນການ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ. ນອກຈາກນັ້ນ, ຍັງໄດ້ຮັບຟັງການລາຍງານສະພາບການກຽມ ຄວາມພ້ອມໃຫ້ແກ່ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ I ເປັນຕົ້ນບັນດາເນື້ອໃນທີ່ຈະ ນໍາເຂົ້າຜ່ານໃນ ກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ເຊິ່ງກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ພ້ອມດ້ວຍວິຊາການ ໄດ້ເຮັດວຽກກັບ ຄະນະກຳມະການ ຂອງສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວ ຂ້ອງຂອງແຂວງ ກ່ຽວກັບ ກົນໄກການປະສານງານ ລະຫວ່າງຄະນະປະຈຳສະພາປະຊາຊົນແຂວງ ກັບຄະນະນໍາຂອງ ອົງການປົກຄອງແຂວງ, ລະຫວ່າງຄະນະກໍາມະການ ຂອງສະພາປະຊາຊົນແຂວງ ກັບບັນດາພະແນກການທີ່ກ່ຽວ ຂ້ອງຂອງແຂວງ ໃນການກະກຽມເນື້ອໃນໃຫ້ແກ່ ການດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ5 ແລະ 6 ຂອງ ສະພາປະຊາຊົນແຂວງ ຊຸດທີ I ທີ່ຈະມາເຖິງ.

(ສົມສັກ ສຸບັນດິດ)