ປະທານສະພາແຫ່ງຊາດ ມີຄວາມເຫັນເປັນທິດທາງໃຫ້ ອກສລ ເອົາໃຈໃສ່

ກ.ພ. 24, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 21 ກຸມພາຜ່ານມາ ທີ່ໂຮງແຮມຮໍ​ລິ​ເດ​ອິນ ນະຄອນຫຼວງວຽງຈັນ, ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມເປັນປະທານ ແລະ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025; ໂດຍມີທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ (ອກສລ) ແລະ ບັນດາທ່ານຮອງປະທານອົງການກວດສອບແຫ່ງລັດ, ການນໍາຂັ້ນສູງທີ່ມາຈາກພາກສ່ວນຕ່າງໆ ພ້ອມດ້ວຍພະນັກງານ ອກສລ ເຂົ້າຮ່ວມ.
ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງຄະນະນໍາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ທີ່ໄດ້ລົງເລິກນໍາພາ-ຊີ້ນໍາການກວດສອບໃນເປົ້າໝາຍຕ່າງໆ; ຜົນງານທີ່ຍາດມາໄດ້ນັ້ນ ແມ່ນການປະ ກອບສ່ວນສໍາຄັນຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືນັກກວດສອບ ທີ່ມີຄວາມພະຍາຍາມເຮັດວຽກງານຕາມແຜນການ; ການປະຕິບັດໜ້າທີ່ການກວດສອບ ໂດຍລວມແມ່ນມີຄວາມເຂັ້ມງວດ, ມີລະບຽບວິໄນ ແລະ ປະຕິບັດຕາມຫຼັກການເຄື່ອນໄຫວວຽກງານກວດສອບແຫ່ງລັດ ທີ່ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະມູນ ແລະ ກົດໝາຍ; ເປັນເອກະລາດໃນເວລາດໍາເນີນການກວດສອບ ແລະ ສະຫຼຸບຜົນການກວດສອບ; ມີປະຊາທິປະໄຕ, ມີຄວາມເຂັ້ມງວດ ແລະ ທັນເວລາ; ມີຂໍ້ມູນຫຼັກຖານຄົບຖ້ວນ, ຊັດເຈນ ແລະ ຖືກຕ້ອງກັບຄວາມເປັນຈິງ; ມີຄວາມທ່ຽງທໍາ, ມີຈັນຍາບັນ, ມີຄວາມຍຸຕິທໍາ, ໂປ່ງໃສ ແລະ ມີລັກສະນະວິທະຍາສາດ; ໄດ້ປະຕິບັດຕາມຫຼັກການນໍາພາຂອງພັກ. ທ່ານປະທານສະພາແຫ່ງຊາດ ຍັງໄດ້ມີຄວາມເຫັນ ເພື່ອເປັນທິດທາງໃຫ້ເອົາໃຈໃສ່ວຽກງານໃນຕໍ່ໜ້າຈໍານວນໜຶ່ງ ຄື:
1. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໝັ້ນຕໍ່ອຸດົມການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ຮັກວິຊາສະເພາະ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຕັ້ງໃຈບຸກບືນປະຕິບັດໜ້າທີ່, ມີຄວາມເສຍສະຫຼະ, ມີຈັນຍາບັນຂອງພະນັກງານນັກກວດສອບທີ່ໜັກແໜ້ນ, ບໍ່ສວຍໃຊ້ໜ້າທີ່, ບໍ່ຮັບສິນບົນ ແລະ ບໍ່ຕໍ່ລອງຜົນປະໂຫຍດໃດໆ, ຕ້ອງມີຄວາມສັດຊື່ບໍລິສຸດເປັນແບບຢ່າງທີ່ດີ ເພື່ອສ້າງຄວາມເຊື່ອໝັ້ນເຊື່ອຖືໃຫ້ເປົ້າໝາຍທີ່ຖືກກວດສອບ ແລະ ຕໍ່ສັງຄົມ.
2. ໃນສະພາບເສດຖະກິດ-ສັງຄົມມີການພັດທະນາຂະຫຍາຍຕົວ, ເຕັກໂນໂລຊີມີຄວາມກ້າວໜ້ານັ້ນ ການລະເມີດກົດໝາຍ, ລະບຽບການ, ວິໄນແຜນການ-ການເງິນ ກໍມີຄວາມເລິກແລບແນບນຽນ; ສະນັ້ນ, ອົງການກວດສອບແຫ່ງລັດ ຈະຕ້ອງໄດ້ພັດທະນາວຽກງານຂອງຕົນ ໃຫ້ສາມາດຮອງຮັບກັບສະພາບການໄລຍະໃໝ່ ເປັນຕົ້ນການປັບປຸງກົນໄກ, ລະບຽບການ, ແບບແຜນວິທີນໍາພາ ແລະ ວິທີເຮັດວຽກຂອງອົງການກວດສອບແຫ່ງລັດ ໃຫ້ຄວາມສໍາຄັນຕໍ່ກັບວຽກງານ ໂດຍຫັນເປັນທັນສະໄໝ, ນໍາໃຊ້ເຕັກໂນໂລຊີໝູນໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ໂລ່ງລ່ຽນ, ປະຢັດເວລາ ແລະ ທັນກັບສະພາບການຢ່າງເຂັ້ມງວດ.
3. ບັນຫາຕົ້ນຕໍທີ່ເປັນຈຸດສຸມຂອງວຽກງານກວດສອບແຫ່ງລັດໃນຕໍ່ໜ້າ ແມ່ນການເຮັດໃຫ້ຜົນການກວດສອບໄດ້ຮັບການແກ້ໄຂຕາມກົດໝາຍຢ່າງເຂັ້ມງວດ ແລະ ທັນເວລາ; ຖ້າຜູ້ກະທໍາຜິດບໍ່ຖືກລົງໂທດຕາມກົດໝາຍ ກໍຈະເປັນແບບຢ່າງບໍ່ດີໃຫ້ມີກໍລະນີອື່ນເກີດຂຶ້ນ ແລະ ເກີດຂຶ້ນເລື່ອຍໆ, ນັບມື້ຫຼາຍຂຶ້ນ ແລະ ຂອບເຂດກວ້າງອອກ. ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ມີກົນໄກໃນການແກ້ໄຂຜົນການກວດສອບຕາມມະຕິຂອງສະພາແຫ່ງຊາດ ໃຫ້ປາກົດຜົນເປັນຈິງ ໂດຍສະເພາະການປະຕິບັດມາດຕະການຕັດລາຍຈ່າຍນອກແຜນອອກຈາກແຜນງົບປະມານຂອງຫົວໜ່ວຍທີ່ມີການລະເມີດ, ຫັກລົບມູນຄ່າໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດອອກຈາກມູນຄ່າໂຄງການ ແລະ ການແກ້ໄຂເລັ່ງທ່ວງໜີ້ຕ້ອງຮັບ, ການສະສາງລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ.
4. ໃຫ້ຄົ້ນຄວ້າກົນໄກການປະຕິບັດນະໂຍບາຍຕາມດຳລັດວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ, ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ ເລກທີ 349/ລບ, ລົງວັນທີ 13 ພະຈິກ 2023 ແລະ ຄໍາແນະນໍາຂອງກະຊວງການເງິນ ເລກທີ 1939/ກງ, ລົງວັນທີ 30 ພຶດສະພາ 2024 ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ທັນການ.
5. ຫັນປ່ຽນທິດທາງການກວດສອບ ກ້າວເຂົ້າສູ່ລ່ວງເລິກຢ່າງເຂັ້ມງວດ, ເອົາຈິງເອົາຈັງສະກັດກັ້ນອັດຊ່ອງວ່າງການຮົ່ວໄຫຼ່ດ້ານລາຍຮັບ-ລາຍຈ່າຍງົບປະມານແຕ່ຫົວທີ ໃຫ້ທັນກັບສະພາບການ ແລະ ເຂັ້ມງວດການໃຫ້ຄໍາເຫັນແນະນໍາ, ສະເໜີປະຕິບັດວິໄນຕໍ່ອົງການຈັດຕັ້ງ ຫຼື ຜູ້ກະທຳຜິດລະເມີດກົດໝາຍ ຢ່າງເຂັ້ມແຂງ; ຢາກໄດ້ຄືແນວນັ້ນ ອົງການກວດສອບ ຕ້ອງໄດ້ເລືອກເຟັ້ນພະນັກງານນັກກວດສອບທີ່ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນໃນອາຊີບ ເພື່ອກໍ່ສ້າງ, ບໍາລຸງ, ຍົກລະດັບຄວາມຮູ້ເຕັກນິກສະເພາະດ້ານທີ່ຈໍາເປັນ ຕິດພັນກັບວຽກງານກວດສອບແຫ່ງລັດ ເປັນຕົ້ນ: ວຽກກໍ່ສ້າງຂົວ-ທາງ, ເຄຫາສະຖານ, ພະລັງງານ ແລະ ບໍ່ແຮ່ ໃຫ້ກາຍເປັນຜູ້ຊໍານານກວດສອບສະເພາະດ້ານ.
6. ເພື່ອເຮັດໃຫ້ວຽກງານກວດສອບແຫ່ງລັດ ດໍາເນີນໄປດ້ວຍຜົນສໍາເລັດຕາມແຜນການທີ່ສະພາແຫ່ງຊາດຮັບຮອງ ສະເໜີໃຫ້ລັດຖະບານ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປລາວ, ລັດວິສາຫະກິດ, ອົງການຄຸ້ມຄອງໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈົ່ງເອົາໃຈໃສ່ຢ່າງເຂັ້ມງວດໃນການແກ້ໄຂບັນຫາຕາມມາດຕະການແນະນໍາ ທີ່ອົງການກວດສອບແຫ່ງລັດໄດ້ລາຍງານຕາມມະຕິສະພາແຫ່ງຊາດ ດ້ວຍຄວາມຈິງໃຈ, ກ້າເຮັດກ້າຮັບຜິດຊອບ, ກ້າລາຍງານຕາມຄວາມຈິງ, ຊອກຫາທາງອອກຮ່ວມກັນ; ກໍລະນີອົງການຈັດຕັ້ງໃດ, ບຸກຄົນໃດ ມີການລະເມີດດ້ວຍຄວາມຕັ້ງໃຈ, ມີການວາງແຜນຊອກຫາຊ່ອງວ່າງ ເພື່ອເອື້ອຜົນປະໂຫຍດສ່ວນຕົວ ຫຼື ໝູ່ຄະນະ, ອົງການຄຸ້ມຄອງເປົ້າໝາຍນັ້ນ ຕ້ອງໄດ້ລົງແກ້ໄຂຢ່າງຮີບດ່ວນຕາມຂະບວນການຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມແຂງ, ເດັດຂາດ.
7. ວຽກງານກວດສອບແຫ່ງລັດ ເປັນວຽກທີ່ສໍາຄັນ, ຈໍາເປັນ ແລະ ຂາດບໍ່ໄດ້ ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ດ້ວຍເຫດນັ້ນ, ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານນີ້ ແລະ ເອົາວຽກນີ້ເປັນມາດຕະຖານ ຫຼື ໄມ້ຫຼາວັດແທກໜຶ່ງ ຕໍ່ການນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ກໍຄືກະຊວງ, ອົງການ ແລະ ແຂວງ-ນະຄອນຫຼວງ ໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດ. ອັນສໍາຄັນ ແມ່ນໃຫ້ຖືເອົາເນື້ອໃນຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ມາດ ຕາ 72 ຂໍ້ 3 ທີ່ໄດ້ກໍານົດໄວ້ວ່າ: ຖືເອົາການແກ້ໄຂຜົນການກວດສອບເປັນເງື່ອນໄຂ ແລະ ບ່ອນອີງໃນການຕີລາຄາ, ປະເມີນຜົນ ຫຼື ປະຕິບັດນະໂຍບາຍ ຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ.
8. ຄະນະພັກ, ຄະນະນໍາແຕ່ລະພາກສ່ວນຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ຢູ່ໃນເປົ້າໝາຍແຜນການກວດສອບ ໃນປີ 2025 ຈົ່ງເອົາໃຈໃສ່ຊີ້ນໍາພາກສ່ວນຂັ້ນລຸ່ມຂອງຕົນ ໃຫ້ການຮ່ວມມື, ສະໜອງເອກະສານຂໍ້ມູນຕ່າງໆ ຕາມທີ່ອົງ ການກວດສອບມີຄວາມຕ້ອງການ; ພ້ອມກັນນັ້ນ ກໍເອົາໃຈໃສ່ຕື່ມໃນການແຕ່ງຕັ້ງຄະນະປະສານງານ ຮ່ວມເຮັດວຽກກັບອົງການກວດສອບແຫ່ງລັດ ໃຫ້ສຳເລັດໂດຍໄວ ສາມາດເຄື່ອນໄຫວຕາມແຜນການກວດສອບ, ໃນປີຜ່ານມາ ຍັງມີບາງເປົ້າໝາຍໃຊ້ເວລາແຕ່ງຕັ້ງຄະນະປະສານງານດົນເກີນໄປ (ເປັນເດືອນ) ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ການບໍລິຫານເວລາໃນການເຄື່ອນໄຫວວຽກງານລວມຂອງອົງກວດສອບແຫ່ງລັດ.
9. ຄະນະພັກ, ຄະນະນໍາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຕ້ອງເປັນເຈົ້າການຄົ້ນຄວ້າປະຕິບັດໜ້າທີ່ຂອງຕົນໃຫ້ສູງຂຶ້ນຕື່ມ, ປະຕິບັດການປະສານສົມທົບກັບອົງການກວດກາແຫ່ງລັດ ແລະ ພາກສ່ວນຕ່າງໆ ໃຫ້ກົມກຽວ, ເປັນເອກະພາບກັນ, ຮ່ວມປຶກສາຫາລື, ຮ່ວມກັນແກ້ໄຂບັນຫາຕ່າງໆ ທີ່ເຫັນວ່າມີຄວາມສັບສົນ ແລະ ສົ່ງຜົນກະທົບກວ້າງຂວາງຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ກະທົບຕໍ່ການພັດທະນາສ້າງສາປະເທດ ບົນພື້ນຖານພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.
(ພາບ: ອານຸສອນ ພູມມີທອນ)