ປະທານສະພາແຫ່ງຊາດ ພົບປະເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ທ.ວ. 2, 2025

(ສພຊ) – ຕອນບ່າຍວັນທີ 1 ທັນວາຜ່ານມາ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ.ຫວຽດນາມ ໃນໂອກາດມາຢ້ຽມຢາມລັດຖະກິດຢູ່ ສປປລາວ ລະຫວ່າງວັນທີ 1-2 ທັນວາ 2025 ຕາມຄຳເຊື້ອເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການການມາຢ້ຽມຢາມ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາປານາ ສປປລາວ ຄັ້ງນີ້ ເຊິ່ງຍິ່ງມີຄວາມໝາຍສຳຄັນຍິ່ງຂຶ້ນ. ປະທານສະພາແຫ່ງຊາດ ຕີລາຄາສູງຕໍ່ຜົນການພົບປະ, ເຮັດວຽກ ລະຫວ່າງສອງເລຂາທິການໃຫຍ່ ເຊິ່ງສອງຝ່າຍໄດ້ມີການແລກປ່ຽນໃນຫຼາຍບັນຫາທີ່ສຳຄັນ ແລະ ເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນດູດດື່ມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ແລະ ຍັງໄດ້ເຫັນດີເປັນເອກະພາບ ໃນການຍົກລະດັບການພົວພັນຮ່ວມມືສອງປະເທດ ເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນແບບຍຸດທະສາດ (ເພີ່ມຄວາມສະໜິດຕິດພັນແບບຍຸດທະສາດ) ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ການຍົກລະດັບໃນຄັ້ງນີ້ ຈະເປັນພື້ນຖານອັນສຳຄັນໃນການຜັນຂະຫຍາຍ ແລະ ເພີ່ມທະວີສາຍພົວພັນສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ; ສະແດງຄວາມຊົມເຊີຍສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ຮັບການປະດັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງ ສປປລາວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະຫາຍ ເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້ ຂອງສອງປະເທດພວກເຮົາ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ໄປຍັງປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຢ່າງໜັກໜ່ວງ ແລະ ຂໍຢືນຢັນຈະຢູ່ຄຽງບ່າຄຽງໄຫຼ່ກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກໆເວລາ ທັງມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ຈະສາມາດຟື້ນຟູຜົນກະທົບ ແລະ ເຮັດໃຫ້ສະພາບການດັ່ງກ່າວກັບຄືນສູ່ປົກກະຕິໂດຍໄວ; ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກໆຂົງເຂດ ກໍຄືການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ.
ສະຫາຍ ໂຕ ເລິມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ; ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງ ສປປລາວ ເວົ້າລວມ, ເວົ້າສະເພາະຂອງສະພາແຫ່ງຊາດ ຊຸດທີ IX, ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ນັບມື້ຈະເລີນງອກງາມ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

(ນາງ ອາລິນ ສຸພິມມະປະດິດ)