(ສພຊ) ໃນຕອນເຊົ້າວັນທີ 7 ກັນຍາ 2022 ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນຳໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍທ່ານ ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກະຊວງ ລວມທັງໝົດ 100 ກວ່າທ່ານ.

ການພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ ຄະນະ ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນຂອງການເຄື່ອນໄຫວນໍາພາ-ຊີ້ນໍາ ວຽກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ພ້ອມທັງຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຕ່າງໆຂອງຜູ້ມີສິດເລືອກຕັ້ງ ເພື່ອນຳໄປໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ.

ໂອກາດດັ່ງກ່າວ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າ: ຄະນະພັກ, ຄະນະນໍາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງເປັນກະຊວງທີ່ມີຄວາມສໍາຄັນ ແລະ ເປັນໃຈກາງໃນການຊຸກຍູ້ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຈະຕ້ອງໄດ້ເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາວຽກງານ ໃຫ້ບັນລຸຕາມແຜນການ; ສະເໜີໃຫ້ຄະນະພັກ, ຄະນະນໍາ ສືບຕໍ່ຄົ້ນຄວ້າ, ປັບປຸງລະບົບກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກເສນາທິການໃຫ້ມີປະສິດທິພາບ, ແກ້ໄຂສະພາບການຊໍ້າຊ້ອນດ້ານພາລະບົດບາດ ໃຫ້ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ກົງຈັກກະທັດຮັດ, ສົມເຫດສົມຜົນ, ເປັນລະບົບໂລ່ງລ່ຽນ; ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ວຽກງານການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ພະນັກງານ-ລັດຖະກອນຢູ່ແຕ່ລະຂົງເຂດ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນ ຈັນຍາບັນຈັນຍາທໍາ, ຮັບໃຊ້ປະຊາຊົນຢ່າງຕັ້ງໜ້າ ບໍ່ມີເງື່ອນໄຂ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່;
ເພີ່ມທະວີຄວາມເອົາໃຈໃສ່ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ເຂົ້າສູ່ລວງເລິກ ດ້ວຍການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ຮັບປະກັນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຄົ້ນຄວ້າກໍານົດເນື້ອໃນຂອງກົດໝາຍ ໃຫ້ມີຄວາມຮັດກຸມ ສາມາດເປັນບ່ອນອີງໃນການແກ້ໄຂບັນຫາທີ່ເກີດຂຶ້ນໃນຂົງວຽກງານຂອງຕົນ ໄດ້ຢ່າງມີປະສິດທິພາບ. ເພື່ອເຮັດໃຫ້ການນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງອາກອນ ແມ່ນສະເໜີໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ປະສານສົມທົບກັບ ກະຊວງການເງິນ, ທະນາຄານ ຄົ້ນຄວ້າແຜນການເກັບລາຍຮັບໃຫ້ເປັນທັນສະໄໝ, ມີມາດຖານ ສາມາດເຊື່ອມຕໍ່ລະບົບເກັບພາສີ-ອາກອນເຂົ້າກັບທຸກຂະແໜງການຢ່າງມີມາດຕະຖານ ໃຫ້ໄດ້ຮັບຜົນສໍາເລັດ, ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ. ການນໍາໃຊ້ອຸປະກອນເອເລັກໂຕຣນິກ ເຂົ້າໃນການເຄື່ອນໄຫວວຽກງານດ້ານການຄ້າ, ການຊື້-ຂາຍສິນຄ້າ, ການເຮັດທຸລະກໍາທາງດ້ານການເງິນ, ການຝາກເງິນ, ການກູ້ຢືມເງິນ ແລະ ອື່ນໆ ມີທ່າອ່ຽງນັບມື້ເພີ່ມຂຶ້ນ ເຊິ່ງໃນນີ້ ໄດ້ເກີດມີການສວຍໃຊ້ຊ່ອງວ່າງ ເພື່ອກໍ່ອາຊະຍາກໍາໃນຮູບແບບຕ່າງໆ ເພື່ອແກ້ໄຂບັນຫາດັ່ງກ່າວ ຈຶ່ງສະເໜີໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພີ່ມທະວີການຄົ້ນຄວ້າດ້ານເຕັກນິກ ເພື່ອຄວບຄຸມການນໍາໃຊ້ອຸປະກອນເອເລັກໂຕຣນິກ ເຂົ້າໃນການກໍ່ອາຊະຍາກໍາ, ສ້າງລະບົບຕິດຕາມ ເພື່ອຊ່ວຍໃນການເກັບກໍາຂໍ້ມູນຫຼັກຖານ ໃນກໍລະນີ ທີ່ມີບັນຫາຕ່າງໆເກີດຂຶ້ນ.

(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)