ໃນລະຫວ່າງວັນທີ 5 ຫາ 6 ມີນາ 2025 ທີ່ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນການລົງທຶນຂອງລັດ ຕາມມະຕິຂອງສະພາປະຊາຊົນແຂວງຮັບຮອງເອົາໃນໃນໄລຍະຜ່ານມາ ຢູ່ 03 ເມືອງຄື: ເມືອງພະລານໄຊ, ເມືອງອາດສະພອນ ແລະ ເມືອງອາດສະພັງທອງ ໂດຍມີ ບັນດາທ່ານໃນຄະນະພັກ-ຄະນະປົກຄອງເມືອງ,ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ,ພະແນກການທີ່ກ່ຽວຂ້ອງ ແລະ ຄະນະຫ້ອງການອ້ອມຂ້າງເມືອງ ທັງ 03 ເມືອງເຂົ້າຮ່ວມ.
ໃນການລົງມາເຄື່ອນໄຫວຄັ້ງນີ້, ທາງຄະນະ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບໃນຂົງເຂດວຽກງານເສດຖະກິດ ໃນໄລຍະຜ່ານມາຈາກຄະນະນຳທັງ 03 ເມືອງ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຸ້ຍງຍາກ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໜາຍ ຈາກນັ້ນ , ປະທານກອງປະຊຸມ ກໍ່ຍັງໄດ້ໃຫ້ພະແນກການ ແລະ ຫ້ອງການເມືອງທີ່ກ່ຽວຂ້ອງເປັນຕົ້ນແມ່ນໃນຂົງເຂດວຽກງານອຸດສາຫະກຳ ແລະການຄ້າ; ວຽກງານໂຍທາທິການ ແລະ ຂົນສົ່ງ; ວຽກງານກະສິກຳ ແລະ ປ່າໄມ້ ໄດ້ຜັດປ່ຽນກັນຜ່ານບົດລາຍງານ ແລະປະກອບຄໍາຄິດຄໍາ ຢ່າງກົງໄປກົງມາ ຈາກນັ້ນ, ທ່ານ ກົງແກ້ວ ມີວໍລະຈັກ ປະທານກອງປະຊຸມ ກໍ່ໄດ້ມີການເຈາະ ຈີ້ມບາງບັນຫາ ພ້ອມທັງໃຫ້ທິດຊີ້ນຳທີ່ເປັນປະໂຫຍດຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ເພື່ອໃຫ້ບັນລຸໄດ້ຕາມທິດທາງແຜນ ການທີ່ວາງໄວ້ ແລະ ໃນໂອກາດທີ່ລົງເຄື່ອນໄຫວໃນຄັ້ງນີ້ ທາງຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ ກຸ່ມຜະລິດເຫຼົ້າຂາວ ບ້ານແກ້ງພານ ເມືອງພະລານໄຊ; ໂຄງການກໍ່ສ້າງຝາຍນ້ຳລົ້ນ ບ້ານນາມົນ ເມືອງອາດສະພອນ ແລະ ໂຄງການກໍ່ສ້າງສຸກສາລາ, ເຮືອນພັກແພດ ເຂດໂພນຜາງ ເມືອງອາດສະພັງທອງ ພ້ອມທັງໄດ້ມອບບິກຈຳນວນໜຶ່ງໃຫ້ຈຸດທີ່ລົງເຄື່ອນໄຫວອີກດ້ວຍ.