ໃນຄັ້ງວັນທີ 04 ກຸມພາ 2025 ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ, ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເດີນທາງລົງມອບລົດຖີບທີ່ໄດ້ຮັບການຊ່ວຍເຫຼືອຈາກມູນນິທິຈີນເພື່ອພັດທະນາຊົນນະບົດ ຈຳນວນ 23 ຄັນ ໃນນີ້ 1 ຄັນ ແມ່ນຂອງສະພາປະຊາຊົນແຂວງ ເພື່ອມອບໃຫ້ນ້ອງນັກຮຽນຜູ້ທີ່ທຸກຍາກຂາດເຂີນຢູ່ໃນໂຮງຮຽນເປົ້າໝາຍຂອງເມືອງພີນ ແລະ ເມືອງພະລານໄຊ.
ໃນໂອກາດດຽວກັນນີ້ ປະທານສະພາປະຊາຊົນແຂວງ ຍັງໄດ້ເຂົ້າຮ່ວມພິທີເປິດນຳໃຊ້ຂົວເບຕົງເສີມເຫຼັກຂ້າມຫ້ວຍລະຮັງ ບ້ານ ນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ພ້ອມທັງມອບເງິນຊຸກຍູ້ຈຳນວນ 10,000,000 ລ້ານກີບ.