ປະທານສະພາປະຊາຊົນແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ຢູ່ບ້ານພຽງຫົ່ງເມືອງໜອງແຮດ

ຕ.ລ. 24, 2025

ໃນວັນທີ 23 ຕຸລາ 2025 ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ​ພ້ອມດ້ວຍທີມງານຂອງສະພາປະຊາຊົນແຂວງ, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງມອບມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ຢູ່ບ້ານພຽງຫົ່ງເມືອງໜອງແຮດ ໂດຍການກ່າວມອບຂອງທ່ານ ບຸນໂຮມ ເທດທານີ  ແລະ ການກ່າວຮັບທ່ານ ຄໍາເກັ່ງ ພິລາວົງ ກຳມະການພັກເມືອງ ເລຂາພັກຮາກຖານກຸ່ມບໍເຍຍ ໂດຍຊ່າງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ພະນັກງານສະພາປະຊາຊົນແຂວງ, ພະນັກງານເມືອງ ແລະ ປະຊາຊົນເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.

ເຄື່ອງທີ່ນຳມາມອບມີ: ເຂົ້າສານ ຈໍານວນ 264 ເປົາ, ຖັງໃສ່ນໍ້າ 132 ຖັງ, ສັງກະສີ ຈໍານວນ 2,640 ແຜ່ນ, ເຫຼັກຕະປູກ 660 ກັບ, ຜ້າຫົ່ມ 330 ຜືນ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ ເຊິ່ງເຄື່ອງດັ່ງກ່າວແມ່ນການລະດົມຂົນຂວາຍຂອງສະມາຊິກສະພາປະຊາຊົນແຂວງຈາກບັນດາບໍລິສັດຕ່າງໆ ເພື່ອນໍາມາບັນເທົ່າທຸກໃຫ້ປະຊາຊົນທີ່ຖືກໄພພິບັດນໍ້າຖ້ວມໃນຄັ້ງນີ້. ເຄື່ອງດັ່ງກ່າວໄດ້ມອບໃຫ້ຊາວບ້ານພຽງຫົ່ງ, ບ້ານສັນຍົມ, ບ້ານປ່າຈ້າ, ບ້ານກໍ່ສ້ານ, ໂຮງຮຽນປະຖົມສັນຍົມ ແລະ ໂຮງຮຽນປະຖົມປ່າຈ້າໃຕ້ ເພື່ອຊ່ວຍເຫຼືອບັນເທົາທຸກ ແລະ ໃຫ້ກຳລັງໃຈແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ຟື້ນຟູຊີວິດການເປັນຢູ່ ຂອງເຂົາເຈົ້າຄືນສູ່ສະພາບເດີມເທື່ອລະກ້າວ, ນອກນັ້ນ, ຍັງໄດ້ລົງພື້ນທີ່ກວດກາເບິ່ງຄວາມເສຍຫາຍທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ ແລະ ພ້ອມດຽວກັນນັ້ນຍັງພ້ອມໄປເບິ່ງຈຸດສະຖານທີ່ຕັ້ງບ້ານໃໝ່ໃຫ້ປະຊາຊົນທີ່ຖືກຜົນກະທົບ.