ປະທານສະພາປະຊາຊົນແຂວງ ລົງເຄື່ອນໄຫວວຽກງານຢູ່ເມືອງອາດສະພັງທອງ ແລະ ເມືອງເຊໂປນ

ພ.ພ. 13, 2025 | ເຂດ 13 ສະ​ຫວັນນະເຂດ

ຕອນບ່າຍຂອງວັນທີ 07 ພຶດສະພາ 2025 ທ່ານກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ລົງມອບງົບປະມານໃນການກໍ່ສ້າງໂຮງຮຽນບ້ານນາກອຍຫ້ວຍ, ສົມທົບທຶນໃນການກໍ່ສ້າງເສັ້ນທາງ ກຸ່ມບ້ານໄລກະທະ ເມືອງອາດສະພັງທອງ ເປັນກຽດຮັບໂດຍ ທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ ເຈົ້າເມືອງໆອາດສະພັງທອງພ້ອມດ້ວຍອຳນາດການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນພິທີມອບຮັບດັ່ງກ່າວ, ໃນລະຫວ່າງ ວັນທີ 08-09 ພຶດສະພາ 2025 ກໍ່ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ, ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດຂອງເມືອງ ໄລຍະ 06 ເດືອນ ຕົ້ນປີ 2025 ຢູ່ກຸ່ມບ້ານລາດຫໍ້, ກຸ່ມບ້ານວັງໄຮ, ກຸ່ມບ້ານກະຕູບ ເມືອງເຊໂປນ ເປັນກຽດໃຫ້ການຕ້ອນຮັບ ໂດຍທ່ານ ພົງຄໍາຮັກ ບຸດທະວົງ ກຳມະການພັກແຂວງເຈົ້າເມືອງໆເຊໂປນ ມີອໍານາດການປົກຄອງຂັ້ນເມືອງ ບັນດາພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນາຍບ້ານ ຮອງນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ, ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ ທັງໝົດ 345 ຄົນ, ຍິງ 120 ຄົນ, ແຕ່ລະຈຸດກໍ່ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ກ່ຽວກັບສະພາບລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຜ່ານສົນທະນາແລກປ່ຽນ ຄຳຄິດຄຳເຫັນ ສົນທະນາເຊິ່ງກັນ ແລະ ກັນ ບັນຫາທີ່ຜູ້ທີ່ມີສິດເລືອກຕັ້ງໃຫ້ຄວາມສົນໃຈຫຼາຍກວ່າໝູ່ ເປັນຕົ້ນ: ຖະໜົນຫົນທາງ, ຂໍ້ຂັດແຂ່ງເລື່ຶອງທີ່ດິນ, ຕາຂ່າຍໄຟຟ້າ, ຕົວເລກລັດຖະກອນ, ຄູສອນມີບໍ່ພຽງພໍ, ງົບປະມານສ້ອມແປງສ້ອມແປງໂຮງຮຽນ-ຫ້ອງການບ້ານ, ການອອກໃບດາດິນ, ການຊົດເຊີຍຜົນລະປູກຂອງປະຊາຊົນແຂວງ, ການສະ ເໜີຂໍເພີ່ມເງິນອຸດໜູນນາຍບ້ານ, ການເຊົ່າສຳປະທານທີ່ດິນ ເຊິ່ງກໍ່ໄດ້ຮັບການຟັງການຊີ້ແຈງເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ອໍານາດການປົດຄອງບ້ານ ກໍ່ຄືພໍ່ແມ່ປະຊາຊົນແຂວງ ຈາກພາກສ່ວນທີ່ກ່ຽວຂ້ອງ,ຕິດພັນການເຄື່ອນໄຫວຄັ້ງນີ້ກໍ່ໄດ້ນນໍາເອົາເຄື່ອງຈໍານວນໜຶ່ງ ເຊັນ: ໝອນ 750 ໜ່ວຍ, ປື້ມຂຽນຈໍານວນ 1.500 ຫົວ, ບິກຂຽນ ຈໍານວນ 1.500 ກ້ານ, ຂະໜົມແຈກຍ້າຍໃຫ້ນ້ອງນັກຮຽນ ແລະ ໄດ້ລົງຕິດຕາມກວດກາໂຮງຮຽນປະຖົມບ້ານກະຕູບໃຫຍ່ ທີ່ຖືກຜົນກະທົບຈາກທໍາມະຊາດ ໝາກເຫັບຕົກໃສ່ຫຼັງຄາໂຮງຮຽນ ໄດ້ຮັບຜົນເສຍຫາຍ ພ້ອມທັງໄດ້ມອບເງິນສົດຈຳນວນໜຶ່ງເຂົ້າໃນການສ້ອມແປງຫຼັງຄາໃໝ່, ພາຍຫຼັງເຄື່ອນໄຫວສຳເລັດກໍ່ໄດ້ລົງຢ້ຽມຢາມ ໂຮງງານປຸງແຕ່ງມັນຕົ້ນເຊໂປນຕື່ມນຳອີກດ້ວຍ